ແຂວງຊຽງຂວາງ ດິນແດນທົ່ງໄຫຫີນ ມໍລະດົກໂລກ ເຈົ້າພາບງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ປະກາດພັກໂຮງຮຽນຊົ່ວຄາວທົ່ວແຂວງ ທັງພາກລັດ ແລະ ເອກະຊົນ ໃນໄລຍະເປີດງານທາງການ ເຖິງມື້ປິດງານ ຄືວັນທີ 13-25 ທັນວາ 2022 ນີ້, ເພື່ອລະດົມຄູອາຈານ, ນ້ອງນັກຮຽນ ນັກສຶກສາ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນແຂວງ ມາຮ່ວມກັນເປັນເຈົ້າພາບທີ່ດີ.
ທ່ານ ບຸນເລື່ອນ ວັນນາຮັກ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ບັນດາໂຮງຮຽນພາຍໃນເທດສະບານເມືອງແປກ ກຸ່ມ 1, ກຸ່ມ 2 ແລະ ກຸ່ມ 3 ໃຫ້ພັກຮຽນ ເລີ່ມແຕ່ວັນທີ 1-25 ທັນວາ 2022, ສ່ວນ ໂຮງຮຽນ 19 ແຫ່ງ ທີ່ໃຊ້ເປັນທີ່ພັກຂອງຄະນະຄູຝຶກ, ນັກກິລາຈາກພາກສ່ວນຕ່າງໆ ໃຫ້ພັກຮຽນເລີ່ມແຕ່ວັນທີ 14 ພະຈິກ ເຖິງວັນທີ 25 ທັນວາ 2022. ໂດຍຈະກັບມາສືບຕໍ່ຈັດຕັ້ງການຮຽນການສອນເລີ່ມວັນທີ 26 ທັນວາ 2022 ເປັນຕົ້ນໄປ.
ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບຄັ້ງທຳອິດ ຈະເປີດສາກທາງການໃນວັນທີ 13-22 ທັນວາ 2022 ແຕ່ບາງປະເພດກິລາແມ່ນເລີ່ມແຂ່ງຂັນມາແຕ່ວັນທີ 14 ພະຈິກເປັນຕົ້ນມາ, ເຊິ່ງກິລາແຫ່ງຊາດຄັ້ງນີ້ ຈະມີການຊິງໄຊທັງໝົດ 370 ກວ່າຫລຽນຄຳ. ໂດຍມີ 24 ພາກສ່ວນເຂົ້າຮ່ວມຄື: 17 ແຂວງ 1 ນະຄອນຫລວງ ແລະ 4 ກະຊວງ: ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງສາທາລະນະສຸກ, ກະຊວງພະລັງງານ ແລະ ບໍ່ແຮ່.