ຜົ້ງສາລີ, ຫົວພັນ ແລະ ຄຳມ່ວນ ຄວ້າຫລຽນຄຳທຳອິດ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຈາກກິລາຍິງປືນ

ການແຂ່ງຂັນກິລາຍິງປືນ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ເປັນກິລາທຳອິດທີ່ທຳການແຂ່ງຂັນກ່ອນກິລາປະເພດອື່ນໆ ເລີ່ມແຂ່ງຂັນວັນທີ 14 ພະຈິກນີ້ ທີ່ສະໜາມກິລາຍຶງປືນ 5 ເມສາ ນະຄອນຫລວງວຽງຈັນ ແລະ ສຳເລັດການແຂ່ງຂັນໄລຍະທຳອິດ ເມື່ອວັນທີ 20 ພະຈິກຜ່ານມາ ຊິງ 18 ຫລຽນຄຳ.

ສ່ວນການແຂ່ງຂັນໄລຍະທີສອງ ໃນລະຫວ່າງວັນທີ 25-28 ພະຈິກນີ້ ຊິງໄຊທັງໝົດ 8 ຫລຽນຄຳ: ປະເພດປືນຍາວເປົ້າເລື່ອນ 10 ແມັດຍິງດ່ຽວ, ຊາຍດ່ຽວ, ຄູ່ປະສົມ, ທີມຍິງ, ທີມຊາຍ ແລະ ທີມປະສົມ. ປະກົດວ່າ: ແຂວງຜົ້ງສາລີ, ຫົວພັນ ແລະ ຄຳມ່ວນ ຄວ້າຫລຽນຄຳທຳອິດ ໃນງານກິລາແຫ່ງຊາດຄັ້ງນີ້ ແຂວງຜົ້ງສາລີ ໄດ້ຈາກປະເພດທີມຊາຍ, ແຂວງຫົວພັນ ໄດ້ຈາກປະເພດທີມປະສົມຍິງ-ຊາຍ ແລະ ແຂວງຄຳມ່ວນ ໄດ້ຈາກປະເພດທີມຍິງ.

ລວມແລ້ວ ການຊິງ 8 ຫລຽນຄຳ ໃນໄລຍະທີສອງ ນະຄອນຫລວງໄດ້ມາ 2 ຫລຽນຄຳ 1 ຫລຽນເງິນ 4 ຫລຽນທອງ, ຊຽງຂວາງ ໄດ້ 2 ຫລຽນຄຳ 1 ຫລຽນເງິນ 3 ຫລຽນທອງ, ຫລວງພະບາງ ໄດ້ 1 ຫລຽນຄຳ 2 ຫລຽນເງິນ 4 ຫລຽນທອງ, ຄຳມ່ວນ ໄດ້ 1 ຫລຽນຄຳ 2 ຫລຽນເງິນ 3 ຫລຽນທອງ, ຜົ້ງສາລີ ແລະ ຫົວພັນ ໄດ້ເທົ່າກັນ 1 ຫລຽນຄຳ 1 ຫລຽນເງິນ 1 ຫລຽນທອງ.

ສະຫລຸບກິລາຍິງປືນ ຊິງ 26 ຫລຽນຄຳໃນສອງໄລຍະຜ່ານມາ: ກອງທັບ ເປັນຜູ້ນຳຫລຽນຄຳ ກິລາປະເພດນີ້ ໄດ້ມາ 10 ຫລຽນຄຳ, 11 ຫລຽນເງິນ ແລະ 10 ຫລຽນທອງ, ທີສອງ ປກສ 8 ຫລຽນຄຳ, 7 ຫລຽນເງິນ ແລະ 8 ຫລຽນທອງ, ທີສາມ ນະຄອນຫລວງວຽງຈັນ ໄດ້ 2 ຫລຽນຄຳ 1 ຫລຽນເງິນ 13 ຫລຽນທອງ, ຊຽງຂວາງ 2 ຫລຽນຄຳ, 1 ຫລຽນເງິນ ແລະ 5 ຫລຽນທອງ, ຫລວງພະບາງ ໄດ້ 1 ຫລຽນຄຳ, 2 ຫລຽນເງິນ ແລະ 8 ຫລຽນທອງ, ຄຳມ່ວນ ໄດ້ 1 ຫລຽນຄຳ, 2 ຫລຽນເງິນ ແລະ 6 ຫລຽນທອງ, ຜົ້ງສາລີ ແລະ ຫົວພັນ ໄດ້ເທົ່າກັນ 1 ຫລຽນຄຳ 1 ຫລຽນເງິນ 1 ຫລຽນທອງ.

ສ່ວນການແຂ່ງຂັນໄລຍະທີ 3 ຈະແຂ່ງຂັນວັນທີ 14-16 ທັນວາ 2022 ທີ່ໂຮງຮຽນນາຍສິບຂອງແຂວງຊຽງຂວາງ ເປັນປະເພດປືນສັ້ນ 15 ແມັດ ແລະ 25 ແມັດ ຍິງ-ຊາຍ ຊິງ 8 ຫລຽນຄຳ.

ກິລາຍິງປືນ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ມີຊິງໄຊທັງໝົດ 34 ຫລຽນຄຳ, 34 ຫລຽນເງິນ ແລະ 68 ຫລຽນທອງ. ມີ 9 ພາກສ່ວນເຂົ້າຮ່ວມຊິງໄຊຄື: ນະຄອນຫລວງວຽງຈັນ, ແຂວງຊຽງຂວາງ, ຄຳມ່ວນ, ຜົ້ງສາລີ, ຫລວງພະບາງ, ຫົວພັນ, ສະຫວັນນະເຂດ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ.

ພາບ: ອ້ວນດຳ ພັນແພງດີ

Leave a Reply

Your email address will not be published. Required fields are marked *