ການແຂ່ງຂັນເຕະບານຊາຍ ຊິງແຊ້ມໂລກ ຄັ້ງທີ 22 ຫລື ບານໂລກ 2022 ທີ່ປະເທດກາຕ້າ ເປັນເຈົ້າພາບ ໃນລະຫວ່າງວັນທີ 20 ພະຈິກ ຫາວັນທີ 18 ທັນວານີ້ ກຸ່ມ H ນັດທີ 2 ວັນທີ 28 ພະຈິກຜ່ານມາ, ທີມຊາດປັອກຕຸການ ເອົາຊະນະ ທີມຊາດອູຣູໄກວ 2-0 ບຣູໂນ້ ແຟນນັນເດັຊ ກອງກາງຈາກ ແມນເຊັສເຕີ ຢູໄນເຕັດ ຍິງສອງປະຕູ ນາທີ 54‘ ແລະ ສັງຫານຈຸດໂທດ ນາທີ 90+3‘.
ອີກຄູ່ໜຶ່ງໃນກຸ່ມດຽວກັນ ສາທາລະນະລັດເກົາຫລີ ເສຍໃຫ້ ການ້າ 2-3. ກຸ່ມນີ້ ຜ່ານໄປສອງນັດ: ທີມຊາດປັອກຕຸຍການ ເກັບ 6 ຄະແນນເຕັມ ເຂົ້າຮອບ 16 ທີມສຸດທ້າຍແນ່ນອນແລ້ວ, ການ້າ ມີ 3 ຄະແນນ, ສາທາລະນະລັດເກົາຫລີ ແລະ ອູຣູໄກວ ມີ 1 ຄະແນນ ລຸ້ນເຂົ້າຮອບນັດສຸດທ້າຍ. ໂດຍນັດສຸດທ້າຍ ສາທາລະນະລັດເກົາຫລີ ພົບ ປັອກຕຸຍການ, ການ້າ ພົບ ອູຣູໄກວ ຈະແຂ່ງຂັນວັນທີ 2 ທັນວານີ້.
ສຳລັບຄືນນີ້ ເປັນນັດສຸດທ້າຍຂອງ ກຸ່ມ A ແລະ ກຸ່ມ B, ກຸ່ມ A: ເນເທີແລນ (ໂຮນລັງ) ພົບ ກາຕ້າ ເຈົ້າພາບ, ເອກວາດໍຣ ພົບ ເຊເນການ ແຂ່ງພ້ອມກັນ ເວລາ 22:00, ກຸ່ມ B: ອີຣານ ພົບ ສະຫະລັດ ອາເມຣິກາ ແລະ ເວວ ພົບ ອັງກິດ ແຂ່ງພ້ອມກັນ ເວລາ 2:00.