ການແຂ່ງຂັນເຕະບານຊາຍ ຊິງແຊ້ມໂລກ ຄັ້ງທີ 22 ຫລື ບານໂລກ 2022 ທີ່ປະເທດກາຕ້າ ເປັນເຈົ້າພາບ ໃນລະຫວ່າງວັນທີ 20 ພະຈິກ ຫາວັນທີ 18 ທັນວານີ້ ກຸ່ມ G ນັດທີ 2 ວັນທີ 28 ພະຈິກຜ່ານມາ, ທັບແຊມບ້າ ທີມຊາດເບຣຊິນ ແຊ້ມ 5 ສະໄໝ ເອົາຊະນະ ທີມຊາດສະວິດເຊີແລນ ແບບຫວຸດວິດ 1-0 ຈາກປະຕູໄຊຂອງ ຄາເຊມີໂຣ້ ນາທີ 83′.
ເບຣຊິນ ຟອມດີຕໍ່ເນື່ອງ ຍັງບໍ່ເສຍ 17 ນັດຫລັງສຸດ ລວມທຸກລາຍການ ໃນນີ້ ຊະນະ 14 ສະເໝີ 3 ແລະ 31 ນັດຫລັງສຸດ ເສຍພຽງນັດດຽວ.
ອີກຄູ່ໜຶ່ງໃນກຸ່ມດຽວກັນ ກາເມີຣູນ ສະເໝີກັບ ແຊັກບີ້ ສຸດມັນ 3-3. ກຸ່ມນີ້ ຜ່ານໄປສອງນັດ: ທີມຊາດເບຣຊິນ ເກັບ 6 ຄະແນນເຕັມ ເຂົ້າຮອບ 16 ທີມສຸດທ້າຍແນ່ນອນແລ້ວ, ສະວິດເຊີແລນ ມີ 3 ຄະແນນ, ກາເມີຣູນ ແລະ ແຊັກບີ້ ມີ 1 ຄະແນນ ລຸ້ນເຂົ້າຮອບນັດສຸດທ້າຍ. ໂດຍນັດສຸດທ້າຍ ແຊັກບີ້ ພົບ ສະວິສ, ຄາເມີຣູນ ພົບ ເບຣຊິນ ຈະແຂ່ງຂັນວັນທີ 2 ທັນວານີ້.