ສູນກິລາສະເຕດ້ຽມ ຕົວແທນຈຳໜ່າຍເຄື່ອງກິລາຄົບວົງຈອນທີ່ຄຽງຄູ່ກັບສັງຄົມລາວມາຫລາຍກວ່າ 10 ປີ ເປັນໜຶ່ງໃນຜູ້ໃຫ້ການສະໜັບສະໜູນ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໃນທ້າຍປີນີ້, ທ່ານ ວຽງສະຫວັນ ແສງຈັນ ຜູ້ອຳນວຍການສູນກິລາສະເຕດ້ຽມ ໃຫ້ຮູ້ວ່າ: ຊຽງຂວາງເກມຄັ້ງນີ້ ສູນກິລາສະເຕດ້ຽມ ໄດ້ໃຫ້ການອຸປະຖຳເຄື່ອງກິລາ ແລະ ອຸປະກອນຈຳນວນໜຶ່ງໃຫ້ແກ່ 10 ອະນຸກຳມະການທີ່ຮັບຜິດຊອບງານກິລາແຫ່ງຊາດຄັ້ງນີ້ ພ້ອມກັບສະໜັບຊຸດຝຶກຊ້ອມໃຫ້ແກ່ນັກກິລາເຈົ້າພາບແຂວງຊຽງຂວາງ ເປັນມູນຄ່າຫລາຍສົມຄວນ ທັງນີ້ ກໍເພື່ອສືບຕໍ່ຊຸກຍູ້ວົງການກິລາລາວ ເຮັດໃຫ້ງານຄັ້ງນີ້ ປະສົບຜົນສຳເລັດຕາມຄາດໝາຍ.
ທ່ານ ວຽງສະຫວັນ ແສງຈັນ ໃຫ້ຮູ້ຕື່ມວ່າ: ໄລຍະຜ່ານມາ ສູນກິລາສະເຕດ້ຽມ ແລະ FBT ໄດ້ໃຫ້ການຊຸກຍູ້ສະໜັບສະໜູນວົງການກິລາລາວ ມາຢ່າງຕໍ່ເນື່ອງ ເປັນຕົ້ນ ການສະໜັບສະໜູນຄະນະກຳມະການໂອແລມປິກແຫ່ງຊາດລາວ ປີໜຶ່ງ 2,500,000 ບາດ ຫລື ປະມານ 1 ຕື້ກວ່າກີບ, ກ່ອນໜ້ານີ້ ກໍເຄີຍສະໜັບສະໜູນກິລາບານເຕະ ແລະ ກິລາອື່ນໆ. ໃນຕໍ່ໜ້າ ທາງສູນກິລາສະເຕດ້ຽມ ແລະ FBT ກໍຍັງຈະສືບຕໍ່ໃຫ້ການສະໜັບສະໜູນວົງການກິລາລາວຕໍ່ໆໄປ ໃຫ້ສົມກັບຄຳຂວັນ: ຄຽງຄູ່ກິລາລາວ ແລະ ສັງຄົມລາວ.
ສູນກິລາສະເຕດ້ຽມ ເປັນສູນກິລາຊື່ດັງອັນດັບຕົ້ນໆໃນລາວ ສ້າງຂຶ້ນໃນປີ 2009 ໃນໄລຍະທີ່ ສປປ ລາວ ເປັນເຈົ້າພາບ ງານມະຫາກຳກິລາຊີເກມ ຄັ້ງທີ 25 ເປັນຕົວແທນຈຳໜ່າຍເຄື່ອງກິລາ, ອຸປະກອນກິລາຄົບວົງຈອນ ຫລາຍກວ່າ 30 ປະເພດກິລາ ມີຫລາຍຫຍີ່ຫໍ້ ເປັນຕົ້ນ FBT ສິນຄ້າຄຸນນະພາບສູງຈາກປະເທດໄທ. ເຊິ່ງໃນໄລຍະສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ສູນກິລາສະເຕດ້ຽມ ແລະ FBT ມີໂປໂມຊັ່ນ ຫລຸດແລກແຈກແຖມລ້າງສະຕັອກ ເພື່ອຄືນກຳໄລໃຫ້ລູກຄ້າ.
ປະຈຸບັນ ມີ 2 ສາຂາ: ສາຂາ 1 ຕັ້ງຢູ່ຂ້າງສະໜາມກິລາເຈົ້າອານຸວົງ ບ້ານອານຸ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ແລະ ສາຂາ 2 ຕັ້ງຢູ່ບ້ານຂຸນຕາທົ່ງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.