ການແຂ່ງຂັນເທັນນິສທີມຊາຍ ຊິງແຊ້ມໂລກ ຫລື ເດວິສ ຄັບ (Davis Cup) ປະຈຳປີ 2022 ຮອບສຸດທ້າຍ ທີ່ມາລາກ້າ ປະເທດແອັສປາຍ ຄູ່ຊິງຊະນະເລີດ ທີມຊາດການາດ້າ ນຳໂດຍ ເຟລິກ ອໍແກ ອາເລຍຊິມ ມື 6 ຂອງໂລກ ແລະ ເດນິສ ຊາໂປວາລັອຟ ມື 16 ຂອງໂລກ ເອົາຊະນະ ທີມຊາກອົດສະຕຣາລີ ທີ່ນຳໂດຍ ອາເລັກ ເດີມີໂນ ມື 24 ຂອງໂລກ 2-0 ຄູ່.
ຄູ່ທຳອິດ ເຟລິກ ເດນິສ ຊາໂປວາລັອຟ ເອົາຊະນະ ທານາຊີ້ ກັອກກີນາກິສ 2-0 ເຊັດ: 6-2, 6-4 ແລະ ຄູ່ທີສອງ ອໍແກ ອາເລຍຊິມ ຊະນະ ອາເລັກ ເດີມີໂນ 2-0 ເຊັດ: 6-3, 6-4 ການາດ້າ ສ້າງປະຫວັດສາດໄດ້ແຊ້ມເທັນນິສ Davis Cup ຄັ້ງທຳອິດ ພາຍຫລັງເຄີຍເຂົ້າຊິງໃນປີ 2019 ເສຍໃຫ້ ແອັສປາຍ 0-2 ຄູ່. ຂະນະທີ່ ອົດສະຕຣາລີ ເປັນຮອງແຊ້ມຄັ້ງທີ 20 ແລະ ຍັງເປັນແຊ້ມທີ 28 ສະໄໝ.
Photo: Davis Cup