ການາດ້າ ເສຍໃຫ້ ໂຄຣເອເຊຍ 1-4 ຕົກຮອບເປັນທີມທີ 2 ຕໍ່ຈາກ ເຈົ້າພາບ ກາຕ້າ ບານໂລກ 2022

ການແຂ່ງຂັນເຕະບານຊາຍ ຊິງແຊ້ມໂລກ ຄັ້ງທີ 22 ຫລື ບານໂລກ 2022 ທີ່ປະເທດກາຕ້າ ເປັນເຈົ້າພາບ ໃນລະຫວ່າງວັນທີ 20 ພະຈິກ ຫາວັນທີ 18 ທັນວານີ້ ກຸ່ມ F ນັດທີ 2 ວັນທີ 27 ພະຈິກຜ່ານມາ, ທີມຊາດໂຄຣເອເຊຍ (ໂຄຣອາຊີ) ຮອງແຊ້ມໂລກ ຄັ້ງຜ່ານມາ ເອົາຊະນະ ທີມຊາດການາດ້າ 4-1 ການາດ້າ ນຳກ່ອນພຽງ 2′ ນາທີທຳອິດ ແຕ່ຖືກ ໂຄຣເອເຊຍ ຍິງແຊງ 4 ປະຕູຈາກ: ອັງເດຣ ຄາມາຣິກ ສອງປະຕູ ນາທີ 36, 70, ມາຣໂກ ລີວາຢ້າ ນາທີ 44‘ ແລະ ລັອຟໂຢ້ ເມເຢີ ນາທີ 90+4’.

ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ທີມຊາດເບວຢ້ຽມ (ແບນຊິກ) ເບີ 2 ຂອງໂລກ ອັນດັບສາມ ຄັ້ງຜ່ານມາ ພາດທ່າເສຍໃຫ້ ທີມຊາດໂມຣົກໂຄ (ມາຣົກ) 0-2 ໄດ້ສອງປະຕູຈາກ ໂຣແມັງ ຊາອິສ ນາທີ 73‘ ແລະ ຊາກາເຣຍ ອັບບູຄາລາ ນາທີ 90+2’.

ກຸ່ມນີ້ ຜ່ານໄປສອງນັດ: ໂຄຣເອເຊຍ ແລະ ໂມຣົກໂຄ ມີ 4 ຄະແນນ, ແບນຊິກ ມີ 3 ຄະແນນ ແລະ ການາດ້າ ຍັງບໍ່ມີຄະແນນ ຕົກຮອບເປັນທີມທີສອງຕໍ່ຈາກ ເຈົ້າພາບ ກາຕ້າ.

ສຳລັບມື້ນີ້ ເປັນນັດທີສອງຂອງກຸ່ມ G ແລະ H, ກຸ່ມ G ກາເມີຣູນ ພົບ ແຊັກບີ້ ເວລາ 17:00, ເບຣຊິນ ພົບ ສະວິດເຊີແລນ ເວລາ 23:00, ກຸ່ມ H ສາທາລະນະລັດເກົາຫລີ ພົບ ການ້າ ເວລາ 20:00 ແລະ ປັອກຕຸຍການ ພົບ ອູຣູໄກວ ເວລາ 2:00.

Photo: FIFA World Cup

Leave a Reply

Your email address will not be published. Required fields are marked *