ການແຂ່ງຂັນເຕະບານຊາຍ ຊິງແຊ້ມໂລກ ຄັ້ງທີ 22 ຫລື ບານໂລກ 2022 ທີ່ປະເທດກາຕ້າ ເປັນເຈົ້າພາບ ໃນລະຫວ່າງວັນທີ 20 ພະຈິກ ຫາວັນທີ 18 ທັນວານີ້ ກຸ່ມ E ນັດທີ 2 ວັນທີ 27 ພະຈິກຜ່ານມາ, ທັບກະທິງດຸ ທີມຊາດສະເປນ (ແອັສປາຍ) ແຊ້ມ 1 ສະໄໝ ພົບກັບ ອິນຊີເຫລັກ ທີມຊາດເຢຍລະມັນ ແຊ້ມ 4 ສະໄໝ.
ແອັສປາຍ ເປັນຝ່າຍອອກນຳກ່ອນຈາກຕົວສຳຮອງ ອາວາໂຣ ໂມຣາຕ້າ ນາທີ 62′ ແຕ່ທ້າຍເກມ ເຢຍລະມັນ ທວງຄືນຈາກຕົວສຳຮອງເຊັ່ນກັນ ນິຄາສ ຟູຄຸງ ນາທີ 83′ ຈົບເກມສະເໝີກັນ 1-1 ເຢຍລະມັນ ຍັງບໍ່ຊະນະ ແອັສປາຍ 4 ນັດຫລັງສຸດທີ່ພົບກັນ ເສຍ 1 ສະເໝີ 3.
ອີກຄູ່ໜຶ່ງໃນກຸ່ມດຽວກັນ ຍີ່ປຸ່ນ ເສຍໃຫ້ ຄັອສຕາຣິກ້າ 0-1. ກຸ່ມນີ້ ຜ່ານໄປສອງນັດ ຍັງມີລຸ້ນເຂົ້າຮອບທຸກທີມ: ແອັສປາຍ ມີ 4 ຄະແນນ, ຍີ່ປຸ່ນ ແລະ ຄັອສຕາຣິກ້າ ມີ 3 ຄະແນນ, ເຢຍລະມັນ ມີ 1 ຄະແນນ. ນັດສຸດທ້າຍ ຍີ່ປຸ່ນ ພົບ ແອັສປາຍ, ຄັອສຕາຣິກ້າ ພົບ ເຢຍລະມັນ ຈະແຂ່ງຂັນວັນທີ 1 ທັນວານີ້.
Photo: FIFA World Cup