ເທ່ຍຣີ ອ໋ອງຣີ ຕາມຫລັງ ຟາເບຣກັສ ເປັນເຈົ້າຂອງຮ່ວມສະໂມສອນ Como ທີມໃນ Serie B ອີຕາລີ

ເທ່ຍຣີ ອ໋ອງຣີ ຕຳນານສູນໜ້າທີມຊາດຝຣັ່ງ ແລະ ສະໂມສອນ ອາຣເຊນໍລ ຕາມຫລັງ ເຊັສ ຟາເບຣກັສ ອະດີດກອງກາງອາຣເຊນໍລ ແລະ ທີມຊາດສະເປນ (ແອັສປາຍ) ເປັນເຈົ້າຂອງຮ່ວມສະໂມສອນ Como ທີມໃນ ເຊຣີບີ ອີຕາລີ ແຕ່ ອ໋ອງຣີ ບໍ່ເປີດເຜີຍເນື້ອໃນການເປັນເຈົ້າຂອງຮ່ວມ ໂດຍສະເພາະລາຄາການຊື້ຮຸ້ນ ແລະ ເປີເຊັນການເປັນເຈົ້າຂອງ.

ກ່ອນໜ້ານີ້ ເຊັສ ຟາເບຣກັສ ໄດ້ຍ້າຍຈາກ ໂມນາໂຄ ມາຢູ່ກັບສະໂມສອນແຫ່ງນີ້ ນອກຈາກເປັນນັກເຕະໃນສັນຍາ 2 ປີ ຍັງເປັນເຈົ້າຂອງຮ່ວມກັບກຸ່ມບໍລິສັດ ຈາຣຸມ ກຣຸບ ຈາກອິນໂດເນເຊຍ ແລະ ປະທານສະໂມສອນ ເດັນນິສ ໄວສ໌ ອະດີດກອງກາງເຊວຊີ ແລະ ທີມຊາດອັງກິດ.

ສຳລັບສະໂມສອນ Como ສ້າງຂຶ້ນໃນປີ 1907 ເຄິຍຢູ່ລີກສູງສຸດຂອງອີຕາລີ ລະດູການຫລ້າສຸດ 2002-03 ແຕ່ປະສົບກັບບັນຫາການເງິນຢ່າງໜັກໃນປີ 2016–17 ຈາກນັ້ນ ປີ 2019 ໄດ້ນັກທຸລະກິດຈາກອິນໂດເນເຊຍ ກໍຄືກຸ່ມບໍລິສັດ ຈາຣຸມ ກຣຸບ ມາບໍລິຫານ ພາທີມກັບມາຟອມດີ ເລື່ອນຊັ້ນຈາກລະດັບ D ມາຢູ່ລະດັບ B.

Leave a Reply

Your email address will not be published. Required fields are marked *