ການແຂ່ງຂັນກິລາຍິງປືນ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ເປັນກິລາທຳອິດທີ່ທຳການແຂ່ງຂັນກ່ອນກິລາປະເພດອື່ນໆ ເລີ່ມແຂ່ງຂັນວັນທີ 14 ພະຈິກນີ້ ທີ່ສະໜາມກິລາຍຶງປືນ 5 ເມສາ ນະຄອນຫລວງວຽງຈັນ ແລະ ສຳເລັດການແຂ່ງຂັນໄລຍະທຳອິດ ເມື່ອວັນທີ 20 ພະຈິກຜ່ານມາ ຊິງຫລຽນຄຳສຳເລັດແລ້ວ 18 ຫລຽນ.
ສ່ວນການແຂ່ງຂັນໄລຍະທີສອງເລີ່ມແຂ່ງຂັນວັນທີ 25-29 ພະຈິກນີ້ ຊິງໄຊທັງໝົດ 8 ຫລຽນຄຳ: ປະເພດປືນຍາວເປົ້າເລື່ອນ 10 ແມັດຍິງດ່ຽວ, ຊາຍດ່ຽວ, ຄູ່ປະສົມ, ທີມຍິງ, ທີມຊາຍ ແລະ ທີມປະສົມ. ສະເພາະວັນທີ 25 ພະຈິກນີ້ ຊິງ 4 ຫລຽນຄຳ ປະເພດປືນເປົ້າເລື່ອນ 10 ແມັດ ຍິງດ່ຽວ, ຊາຍດ່ຽວ ແລະ ທີມຍິງ, ທີມຊາຍ.
ສ່ວນການແຂ່ງຂັນໄລຍະທີ 3 ຈະແຂ່ງຂັນວັນທີ 14-16 ທັນວາ 2022 ທີ່ໂຮງຮຽນນາຍສິບຂອງແຂວງຊຽງຂວາງ ເປັນປະເພດປືນສັ້ນ 15 ແມັດ ແລະ 25 ແມັດ ຍິງ-ຊາຍ.
ກ່ອນໜ້ານີ້ ການແຂ່ງຂັນໄລຍະທີ່ໜຶ່ງ ເມື່ອວັນທີ 14-20 ພະຈິກ 2022 ປະກົດວ່າ: ສອງກຳລັງປະກອບອາວຸດ ກະຊວງປ້ອງກັນປະເທດ (ກອງທັບ) ແລະ ກະຊວງປ້ອງກັນຄວາມສະຫງົບ (ປກສ) ເປັນພຽງສອງພາກສ່ວນທີ່ໄດ້ຫລຽນຄຳ, ກອງທັບ ເຈົ້າຄອງຫລຽນຄຳ ກິລາແຫ່ງຊາດຄັ້ງຜ່ານມາ ໄດ້ 10 ຫລຽນຄຳ, 11 ຫລຽນເງິນ ແລະ 10 ຫລຽນທອງ, ທີສອງ ປກສ ໄດ້ມາ 8 ຫລຽນຄຳ, 7 ຫລຽນເງິນ ແລະ 8 ຫລຽນທອງ. ຂະນະທີ່ ນະຄອນຫຼວງວຽງຈັນ ຍາດໄດ້ 9 ຫລຽນທອງ, ຫຼວງພະບາງ ໄດ້ 4 ຫລຽນທອງ, ຄຳມ່ວນ ໄດ້ 3 ຫລຽນທອງ ແລະ ແຂວງຊຽງຂວາງ ໄດ້ 2 ຫລຽນທອງ.
ກິລາຍິງປືນ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ມີຊິງໄຊທັງໝົດ 34 ຫລຽນຄຳ, 34 ຫລຽນເງິນ ແລະ 68 ຫລຽນທອງ. ມີ 9 ພາກສ່ວນເຂົ້າຮ່ວມຊິງໄຊຄື: ນະຄອນຫລວງວຽງຈັນ, ແຂວງຊຽງຂວາງ, ຄຳມ່ວນ, ຜົ້ງສາລີ, ຫລວງພະບາງ, ຫົວພັນ, ສະຫວັນນະເຂດ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ.
ພາບ: ອ້ວນດຳ ພັນແພງດີ