ຂໍສະແດງຄວາມຍິນດິນໍາ ທັບນັກກິລາເຕະບານນັກຮຽນຍິງ-ຊາຍ ຈາກຈຳປາແດນໃຕ້ ແຂວງຈຳປາສັກ ສາມາດພິຊິດແຊ້ມ ເຕະບານນັກຮຽນມັດທະຍົມສຶກສາທົ່ວປະເທດ ຊິງຂັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະຈໍາປີ 2022 ຫລື ໂຄປາ ໂຄຄາ ໂຄລ່າ ລາວ.
ຮອບຊິງຊະນະເລີດ ທີມຍິງ ແຂວງຈຳປາສັກ ເອົາຊະນະ ແຂວງຫຼວງພະບາງ 2-0 ຈາກ ເຮມ້າ ແສງປະເສີດ ນາທີ 10′ ແລະ ນາທີ 60+3′ ສ່ວນທີມຊາຍ ແຂວງຈຳປາສັກ ເອົາຊະນະ ມສ ຫວງຽນຢູ້ ຕົວແທນຈາກນະຄອນຫຼວງວຽງຈັນ 1-0 ຈາກປະຕູໄຊຂອງ ເບັນຈາມິນ ນາທີ 22′ ຄອງແຊ້ມລາຍການນີ້ ເປັນຄັ້ງທຳອິດ.
Photo: Champasak FC