ຣິຊາລີສັນ ເໝົາສອງປະຕູ ຊ່ວຍ ເບຣຊິນ ຊະນະ ເຊີເບຍ 2-0 ບານໂລກ 2022

ການແຂ່ງຂັນເຕະບານຊາຍ ຊິງແຊ້ມໂລກ ຄັ້ງທີ 22 ຫລື ບານໂລກ 2022 ທີ່ປະເທດກາຕ້າ ເປັນເຈົ້າພາບ ໃນລະຫວ່າງວັນທີ 20 ພະຈິກ ຫາວັນທີ 18 ທັນວານີ້ ກຸ່ມ G ນັດທີ 1 ວັນທີ 24 ພະຈິກຜ່ານມາ, ທັບແຊມບ້າ ທີມຊາດເບຣຊິນ ແຊ້ມໂລກ 5 ສະໄໝ ໄລ່ຕ້ອນເອົາຊະນະ ທີມຊາດເຊີເບຍ (ແຊັກບີ້) 2-0 ຈາກ: ຣິຊາລີສັນ ສູນໜ້າຈາກ ສະເປີ ນາທີ 62′ ແລະ 73′. ຕີເຕ້ ພາເບຣຊິນ ຍັງບໍ່ເສຍໃນ 16 ນັດຫລັງສຸດ ຊະນະ 13 ສະເໝີ 3.

ອີກຄູ່ໜຶ່ງໃນກຸ່ມດຽວກັນ ສະວິດເຊີແລນ ຊະນະ ກາເມີຣູນ 1-0. ນັດທີສອງ ຈະແຂ່ງຂັນວັນທີ 28 ພະຈິກນີ້ ເບຣຊິນ ພົບ ສະວິດ ແລະ ກາເມີຣູນ ພົບ ແຊັກບີ້.

ສຳລັບມື້ນີ້ ເປັນນັດທີສອງຂອງກຸ່ມ A ແລະ B, ກຸ່ມ A ກາຕ້າ ເຈົ້າພາບ ພົບ ເຊເນການ ເວລາ 20:00, ໂຮນລັງ ພົບ ເອກົວດໍຣ ເວລາ 23:00, ກຸ່ມ B ເວວ ພົບ ອີຣານ ເວລາ 17:00 ແລະ ອັງກີດ ພົບ ອາເມຣິກາ ເວລາ 2:00.

Leave a Reply

Your email address will not be published. Required fields are marked *