ໂຣນາວໂດ້ ສ້າງສະຖິຕິຍິງປະຕູໃນ ບານໂລກ ຮອບສຸດທ້າຍ 5 ຄັ້ງຕິດຕໍ່ກັນ ພາຍຫລັງພາທີມຊາດປັອກຕຸຍການ ຊະນະ ການ້າ 3-2 ນັດທຳອິດ ບານໂລກ 2022

ການແຂ່ງຂັນເຕະບານຊາຍ ຊິງແຊ້ມໂລກ ຄັ້ງທີ 22 ຫລື ບານໂລກ 2022 ທີ່ປະເທດກາຕ້າ ເປັນເຈົ້າພາບ ໃນລະຫວ່າງວັນທີ 20 ພະຈິກ ຫາວັນທີ 18 ທັນວານີ້ ກຸ່ມ H ນັດທີ 1 ວັນທີ 24 ພະຈິກຜ່ານມາ, ທີມຊາດປັອກຕຸຍການ ພົບກັບ ທີມຊາດການ້າ, ເຄິ່ງເວລາທີໜຶ່ງບໍ່ມີປະຕູເກີດຂຶ້ນ.

ມາເຄິ່ງຫລັງ ປັອກຕຸຍການ ອອກນຳກ່ອນຈາກການສັງຫານຈຸດໂທດຂອງກັບຕັນທີມ ຄຣິສເຕຍໂນ້ ໂຣນາວໂດ້ ນາທີ 65′ CR7 ສ້າງປະຫວັດສາດຍິງປະຕູໃນບານໂລກຮອບສຸດທ້າຍ 5 ຄັ້ງຕິດຕໍ່ກັນ ແລະ ເພີ່ມສະຖິຕິຍິງປະຕູໃຫ້ທີມຊາດຫລາຍສຸດໃນໂລກ ລວມ 118 ປະຕູ ຈາກ 192 ນັດ, ຈາກນັ້ນ ອັງເດຣ ອາຢິວ ຍິງຕີສະເໝີໃຫ້ ການ້າ ນາທີ 73′ ນາທີຕໍ່ມາ ປັອກຕຸຍການ ຂຶ້ນນຳອີກຄັ້ງຈາກ ໂຈເອົາ ເຟລິກ ນາທີ 78′ ແລະ ໜີຫ່າງເປັນ ໃນນາທີ 80′ ຈາກຕົວສຳຮອງ ຣາຟາເອວ ເລເອົາ ທ້າຍເກມ ການ້າ ຮຶດສູ້ ແຕ່ແກ້ໄດ້ພຽງໜຶ່ງປະຕູຈາກ ອັອສມານ ບູກາຣີ້ ນາທີ 89′ ຈົບເກມ ປັອກຕຸຍການ ຊະນະ ການ້າ 3-2.

ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ອູຣູໄກວ ສະເໝີກັບ ສາທາລະນະລັດເກົາຫລີ 0-0 ນັດທີສອງ ຈະແຂ່ງຂັນວັນທີ 28 ພະຈິກນີ້ ປັອກຕຸຍການ ພົບ ອູຣູໄກວ ແລະ ສາທາລະນະລັດເກົາຫລີ ພົບ ການ້າ.

Photo: Seleções de Portugal, FIFA World Cup

Leave a Reply

Your email address will not be published. Required fields are marked *