ບົດສະຫລຸບ F1 ຫລັງຈົບສະໜາມສຸດທ້າຍ ປີ 2022 ເວີສະເຕັບເປິ້ນ ສ້າງປະຫວັດສາດຄວ້າແຊ້ມ F1 15 ລາຍການ ໃນໜຶ່ງລະດູການ

ການແຂ່ງຂັນ ລົດສູດໜຶ່ງ ຟໍຣມູລ້າວັນ ປະຈຳປີ 2022 ປິດສາກລົງໃນທ້າຍອາທິດຜ່ານມາ, ສະໜາມສຸດທ້າຍ ສະໜາມທີ 22 ລາຍການ ອາບູດາບີ ກຣັງປຣີ ທີ່ສະໜາມ Yas Marina ໃນປະເທດສະຫະລັດ ອາຣັບ ເອມີເຣດ, ຄວາມຍາວຕໍ່ຮອບ 5.281 ແມັດ.

ຜົນປະກົດວ່າ: ແມັກ ເວີສະເຕັບເປິ້ນ ແຊ້ມເກົ່າ ຈາກທີມເຣດບລູ ເຣຊິ້ງ ຄວ້າແຊ້ມລາຍການນີ້ 3 ປີຕິດຕໍ່ກັນ ອອກໂຕເປັນຄົນທຳອິດ ແລະ ປະຄອງລົດຄູ່ໃຈເຊົ້າໄຊ ດ້ວຍເວລາ 1 ຊົ່ວໂມງ 27 ນາທີ 45.914 ວິນາທີ ເອົາຊະນະ ຊາວ ເລັກເລີ ຈາກທີມເຟີຣາຣີ ເກືອບ 9 ວິນາທີ.

ເວີສະເຕັບເປິ້ນ ສ້າງປະຫວັດສາດຄວ້າແຊ້ມ F1 15 ລາຍການໃນໜຶ່ງລະດູການ ທຳລາຍສະຖິຕິຂອງ ມິເຊວ ຊູມັກເກີ ແລະ ເຊບັສຕຽນ ເວັດເທວ ທີ່ເຮັດໄດ້ 13 ສະໜາມ.

ເວີສະເຕັບເປິ້ນ ຄວ້າແຊ້ມໂລກ 2 ສະໄໝຕິດຕໍ່ກັນ ຄະແນນລວມ 454, ທີສອງ ຊາວ ເລັກເລີ ລວມ 308 ຄະແນນ, ທີສາມ ເຊີຈີໂອ້ ເປເຣັຊ ລວມ 305 ຄະແນນ, ຂະນະທີ່ ລຸຍ ຮາມິນຕັນ ແຊ້ມໂລກ 7 ສະໄໝ ຈົບອັນດັບທີ 6 ລວມ 240 ຄະແນນ, ເຊບັສຕຽນ ເວັດເທວ ແຊ້ມໂລກ 4 ສະໄໝ ຈົບທີ 12 ແລະ ເຟີນັນໂດ ອາລອນໂຊ້ ແຊ້ມໂລກ 2 ສະໄໝ ຈົບອັນດັບທີ 19.

ສ່ວນທີມຜູ້ສ້າງ ທີໜຶ່ງ ທີມເຣດບລູ ເຣຊິ້ງ ລວມ 759 ຄະແນນ ຄອງແຊ້ມ ເປັນສະໄໝທີ 5 ຕໍ່ຈາກປີ 2013, ທີສອງ ທີມເຟີຣາຣີ້ ລວມ 554 ຄະແນນ, ທີສາມ ທີມເມີຊີເດັຊ ລວມ 515 ຄະແນນ.

Photo: F1

Leave a Reply

Your email address will not be published. Required fields are marked *