ການແຂ່ງຂັນບານເຕະ U18 ປີ ຊິງຂັນສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2022, ຮອບ 4 ທີມສຸດທ້າຍ ໃນວັນທີ 29 ສິງຫາ 2022, ເອສຣາ ແຊ້ມເກົ່າ ທັງເປັນເຕັງໜຶ່ງ ທີ່ຊະນະລວດ 6 ນັດ ໃນຮອບທຳອິດ ພາດທ່າເສຍໃຫ້ ຈຳປາສັກ 0-2, ໂດຍໃນຮອບທຳອິດ ຈຳປາສັກ ເສຍໃຫ້ ເອສຣາ ມາກ່ອນ 2-3, ຈຳປາສັກ ຜ່ານເຂົ້າຮອບຊິງຊະນະເລີດໄປພົບກັບ ຫຼວງພະບາງ ທີ່ເອົາຊະນະການດ່ວນຈຸດໂທດ ຊ້າງນ້ອຍ 7-6 ໂດຍໃນເວລາປົກກະຕິ 90 ນາທີ ແລະ ຕໍ່ເວລາພິເສດ 30 ນາທີ ສະເໝີກັນ 1-1, ເຊິ່ງຮອບທຳອິດຄູນີ້ ຈຳປາສັກ ເອົາຊະນະ ຫຼວງພະບາງ 4-1, ນັດຊິງຊະນະເລີດ ຈະແຂ່ງຂັນໃນວັນທີ 31 ສິງຫານີ້ ເວລາ 18:00 ໂມງ, ສ່ວນຄູ່ຊິງອັນດັບ 3 ເອສຣາ ພົບກັບ ຊ້າງນ້ອຍ ແຂ່ງໃນມື້ດຽວກັນ ເວລາ 15:00 ໂມງ ທັງສອງຄູ່ແຂ່ງຢູ່ສະໜາມ 2 ສະຫະພັນບານເຕະປຫ່ງຊາດລາວ, ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ການແຂ່ງຂັນບານເຕະ U18 ແມ່ນເອົາທີມອະຄາເດມີ້ຂອງທັງ 7 ສະໂມສອນທີ່ເຂົ້າຮ່ວມແຂ່ງຂັນໃນ ລາວລີກ 1 ປະຈຳປີ 2022 ມາແຂ່ງຂັນກັນແບບພົບກັນໝົດໃນຮອບດຽວ, ທີມແຊ້ມຈະໄດ້ຮັບຂັນແຊ້ມ ພ້ອມເງິນລາງວັນ 15 ລ້ານກີບ, ທີມຮອງແຊ້ມຮັບເງິນ 8 ລ້ານກີບ ແລະ ອັນດັບ 3 ຮັບເງິນລາງວັນ 5 ລ້ານກີບ, ນອກຈາກນີ້ກໍ່ມີ ລາງວັນນັກເຕະດີເດັ່ນ, ດາວຍິງສູງສຸດ, ຜູ້ຮັກສາປະຕູດີເດັ່ນ ແລະ ຄູຝຶກດີເດັ່ນ.
Photo: LFF