ການາດ້າ ພາດຈຸດໂທດ! ເສຍໃຫ້ ເບວຢ້ຽມ 0-1 ນັດທຳອິດ ບານໂລກ 2022

ການແຂ່ງຂັນເຕະບານຊາຍ ຊິງແຊ້ມໂລກ ຄັ້ງທີ 22 ຫລື ບານໂລກ 2022 ທີ່ປະເທດກາຕ້າ ເປັນເຈົ້າພາບ ໃນລະຫວ່າງວັນທີ 20 ພະຈິກ ຫາວັນທີ 18 ທັນວານີ້ ກຸ່ມ F ນັດທີ 1 ວັນທີ 23 ພະຈິກຜ່ານມາ, ປີສາດແດງແຫ່ງເອີຣົບ ທີມຊາດເບວຢ້ຽມ (ແບນຊິກ) ອັນດັບສາມ ຄັ້ງຜ່ານມາ ເອົາຊະນະ ທີມຊາດການາດ້າ ທີ່ກັບມາບານໂລກຮອບສຸດທ້າຍອີກຄັ້ງໃນຮອບ 36 ປີ 1-0 44′ ເກມນີ້ ການາດ້າ ໄດ້ຈຸດໂທດນາທີ 10′ ແຕ່ ອາວຟອງໂຊ້ ເດວິສ ຍິງບໍ່ເຂົ້າ.

ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ທີມຊາດໂມຣົກໂຄ (ມາຣົກ) ສະເໝີກັບ ທີມຊາດໂຄຣເອເຊຍ (ໂຄຣອາຊີ) 0-0 ນັດທີສອງ ຈະແຂ່ງຂັນວັນທີ 27 ພະຈິກນີ້ ແບນຊິກ ພົບ ໂມຣົກໂຄ ແລະ ໂຄຣເອເຊຍ ພົບ ການາດ້າ.

ສຳລັບມື້ນີ້ (24 ພະຈິກ 2022) ເປັນນັດທີ 1 ຂອງກຸ່ມ G ແລະ H, ກຸ່ມ G ສະວິດເຊີແລນ ພົບ ກາເມີຣູນ ເວລາ 17:00, ເບຣຊິນ ພົບ ແຊກບີ້ ເວລາ: 2:00, ກຸ່ມ H ອູຣູໄກວ ພົບ ສາທາລະນະລັດເກົາຫລີ ເວລາ 20:00 ແລະ ປັອກຕຸຍການ ພົບ ການ້າ ເວລາ 23:00.

Leave a Reply

Your email address will not be published. Required fields are marked *