ຍີ່ປຸ່ນ ແຊງຊະນະ ເຢຍລະມັນ 2-1 ສະເປນ ຖະຫລົ່ມ ຄັອສຕາຣິກ້າ 7-0 ນັດທຳອິດ ບານໂລກ 2022

ການແຂ່ງຂັນເຕະບານຊາຍ ຊິງແຊ້ມໂລກ ຄັ້ງທີ 22 ຫລື ບານໂລກ 2022 ທີ່ປະເທດກາຕ້າ ເປັນເຈົ້າພາບ ໃນລະຫວ່າງວັນທີ 20 ພະຈິກ ຫາວັນທີ 18 ທັນວານີ້ ກຸ່ມ E ນັດທີ 1 ວັນທີ 23 ພະຈິກຜ່ານມາ, ຕົວແທນຈາກອາຊີ ມາດີອີກແລ້ວ ທັບຊາມູໄຣ ທີມຊາດຍີ່ປຸ່ນ ພິກແຊງຊະນະ ທັບອິນຊີເຫຼັກທີມຊາດເຢຍລະມັນ ແຊ້ມໂລກ 4 ສະໄໝ 2-1.
ອີຄາຍ ກຸນໂດກັນ ສັງຫານຈຸດໂທດໃຫ້ ເຢຍລະມັນນຳກ່ອນ ນາທີ 33′, ຈາກນັ້ນ ສອງຕົວສຳຮອງຂອງຍີ່ປຸ່ນທີ່ຫລິ້ນໃນລີກເຢຍລະມັນ ຣິດຊຸ ໂດອັນ ສູນໜ້າຈາກ ໄຟຣບວກ ຍິງຕີສະເໝີໃຫ້ ຍີ່ປຸ່ນ ນາທີ 75′ ແລະ ທາກຸມະ ອາຊາໂນະ ຫົວຫອກຈາກ ໂບຄຸ້ມ ຍິງປະຕູໄຊ ນາທີ 83′. ຍີ່ປຸ່ນ ຄວ້າໄຊຊະນະເໜືອ ເຢຍລະມັນ ຄັ້ງທຳອິດ ຈາກ 3 ຄັ້ງທີ່ພົບກັນ ກ່ອນໜ້ານີ້ 2 ນັດ ສະເໝີ 1 ເສຍ 1.
ຂະນະທີ່ ສະເປນ (ແອັສປາຍ) ແຊ້ມໂລກ 1 ສະໄໝ ຖະຫລົ່ມ ຄັອສຕາຣິກ້າ ເຖິງ 7-0 ແຟຣັນ ຕໍເຣັສ ຍິງສອງປະຕູ, ແດນ້ຽວ ໂອໂມ້, ມາຣໂກ້ ອາເຊັນຊີໂອ້, ກາບຣີ້, ຄາຣລັອສ ໂຊແລ ແລະ ອານວາໂຣ ໂມຣາຕ້າ ຍິງຜູ້ລະປະຕູ.
ນັດທີສອງ ຈະແຂ່ງຂັນວັນທີ 27 ພະຈິກນີ້ ແອັສປາຍ ພົບ ເຢຍລະມັນ, ຍີ່ປຸ່ນ ພົບ ຄັອສຕາຣິກ້າ.
Photo: FIFA World Cup & Selección Española de Fútbol (SeFutbol)

Leave a Reply

Your email address will not be published. Required fields are marked *