ຕາມຄາດ! ແມນຢູ ປະກາດຍົກເລີກສັນຍາກັບ ໂຣນາວໂດ້

ແມນເຊັສເຕີ ຢູໄນເຕັດ ປະກາດຍົກເລີກສັນຍາກັບ ຄຣິສເຕຍໂນ້ ໂຣນາວໂດ້ ກັບຕັນທີມຊາດປັອກຕຸຍການ ເມື່ອວັນທີ 23 ພະຈິກຜ່ານມາ ເຊິ່ງສາເຫດໃນການແຍກທາງກັນຄັ້ງນີ້ ຍ້ອນ ໂຣນາວໂດ້ ໃຫ້ສຳພາດວິຈານ ສະໂມສອນ, ເອຣິກ ເທນຮ໊າກ ຜູ້ຈັດການທີມ ແລະ ອະດີດເພື່ອນຮ່ວມທີມຈຳນວນໜຶ່ງ.

CR7 ໂດ່ງດັງມາຈາກທັບປີສາດແດງ ໃນຍຸກຂອງ ເຊີ ອາເລັກ ເຟີກູສັນ ແລະ ໄປໂຊຟອມເດັ່ນກັບ ຣຽວ ມາດຣິດ ແລະ ຢູເວັນຕຸສ ກ່ອນກັບມາຖິ່ນໂອນແທັຟຟອດອີກຄັ້ງໃນປີ 2021, ໂຣນາວໂດ້ ລົງຫລີ້ນ 346 ນັດ ຍິງ 145 ປະຕູ ຊ່ວຍທີມໄດ້ແຊ້ມ ພຣີເມ່ຍລີກ 3 ສະໄໝ, ລີກຄັບ 2 ສະໄໝ, ເອຟເອຄັບ, ຄອມມູນີຕີ້ຊິວ, ຢູຟ້າ ແຊ້ມປ້ຽນລີກ ແລະ ແຊ້ມສະໂມສອນໂລກ ຢ່າງລະ 1 ສະໄໝ.

Photo: Manchester United

Leave a Reply

Your email address will not be published. Required fields are marked *