ເຈົ້າຂອງ ແມນຢູ ຕະກູນ ເກຣເຊີ ກຳລັງພິຈາລະນາຈະຂາຍທີມ!

ຫລາຍສື່ໃນຕ່າງປະເທດລາຍງານວ່າ: ຕະກູນ ເກຣເຊີ ມະຫາເສດຖີຈາກອາເມຣິກາ ເຈົ້າຂອງສະໂມສອນ ແມນເຊັສເຕີ ຢູໄນເຕັດ ກຳລັງພິຈາລະນາຂາຍທີມ ໂດຍກຳລັງວາງແຜນກົນລະຍຸດໃນການຂາຍທີມແນວໃດ ເພື່ອໃຫ້ເກີດປະໂຫຍດສູງສຸດ, ລາຍງານຄາດການວ່າ: ຕະກູນ ເກຣເຊີ ອາດຈະຂາຍຮຸ້ນສ່ວນໜຶ່ງຂອງທີມ ຫລື ຖ້າຂາຍໝົດຕັ້ງໄວ້ປະມານ 5 ຕື້ປອນ.

ຕະກູນ ເກຣເຊີ ເຂົ້າມາຊື້ ແມນຢູ ໃນປີ 2005 ມູນຄ່າ 790 ລ້ານປອນ ຂະນະນີ້ ມູນຄ່າທາງການຕະຫລາດຂອງ ແມນຢູ ຫລັກ 2,100 ລ້ານກວ່າປອນ ແຕ່ປະມານ 1 ປີມານີ້ ຕະກູນ ເກຣເຊີ ຖືກແຟນບານບີບໃຫ້ລາອອກຈາກທີມ ຍ້ອນຜົນງານຕົກຕໍ່າ ນັບຕັ້ງແຕ່ ເຊີ ອາເລັກ ເຟີກູສັນ ເຊົາຈາກການເປັນຜູ້ຈັດການທີມ.

ສ່ວນຖະແຫຼງການຂອງສະໂມສອນ ແມ່ນຕ້ອງການວາງກົນລະຍຸດປັບປຸງ ແລະ ພັດທະນາທີມໃໝ່ ໂດຍສະເພາະການພັດທະນາອາຄາເດມີ້, ນັກເຕະບານຍິງ-ຊາຍ ແລະ ປະໂຫຍດສູ່ແຟນບານ ແລະ ທີມ.

Photo: Manchester United

Leave a Reply

Your email address will not be published. Required fields are marked *