ເມື່ອບໍ່ດົນມານີ້ ທ່ານ ນາງ ອົ້ນ ພົມມະວົງ ສະກັອກກິ້ນສ໌ ນັກກິລາດິສກັອຟ (Disc Golf) ສ້າງປະຫວັດສາດກາຍເປັນຍິງລາວຄົນທຳອິດ ສາມາດຄວ້າແຊ້ມໂລກກິລາ Disc Golf ຮຸ່ນອາຍຸ 40 ປີຂຶ້ນໄປ ຫລື Women’s Masters 40+ World Champions 2 ປີຕິດຕໍ່ກັນ, ກາຍເປັນນັກກິລາຄົນທີ 3 ທີ່ສາມາດປ້ອງກັນແຊ້ມໂລກລາຍການນີ້.
ປະຈຸບັນ ອົ້ນ ພົມມະວົງ ສະກັອກກິ້ນສ໌ອາຍຸ 41 ປີ ພາຍຫລັງຍ້າຍໄປຢູ່ກັບສາມີທີ່ອາເມຣິກາໃນປີ 2009 ກໍເລີ່ມສຶກສາຮຽນຮູ້ກິລາປະເພດນີ້ ຍ້ອນສາມີເປັນນັກກິລາ Disc Golf ຈາກນັ້ນເລີ່ມຝຶກຊ້ອມ ແລະ ຮ່ວມແຂ່ງຂັນໃນປີ 2011 ລວມ 157 ລາຍການ ສາມາດພິຊິດແຊ້ມມາໄດ້ 80 ລາຍການ. ຈາກຜົນງານທີ່ພົ້ນເດັ່ນດັ່ງກ່າວ ທັງໃນສະໜາມ ແລະ ນອກສະໜາມ ເຮັດໃຫ້ ອົ້ນ ພົມມະວົງ ສະກັອກກິ້ນສ໌ ຖືກບັນຈຸລາຍຊື່ເຂົ້າຫໍກຽດຕິຍົດ ຫລື Hall of Fame ຂອງກິລາປະເພດນີ້.
ຂະນະນີ້ ອົ້ນ ພົມມະວົງ ສະກັອກກິ້ນສ໌ ມີຄະແນນສະສົມ 975 ຢູ່ອັນດັບ 2 ຂອງໂລກ ຮຸ່ນ Open ຫລື ຮຸ່ນທົ່ວໄປ ແລະ ເປັນທີ 1 ຂອງໂລກ ຮຸ່ນອາຍຸ 40 ປີຂຶ້ນໄປ, ປີ 2022 ນີ້ ລົງແຂ່ງຂັນ 37 ລາຍການ ໄດ້ແຊ້ມ 7 ລາຍການ, ຮອງແຊ້ມ 5 ລາຍການ ແລະ ທີສາມ 7 ລາຍການ ກວາດເງິນລາງວັນໄດ້ 69,614 ໂດລາສະຫະລັດ.
ທ່ານ ນາງ ອົ້ນ ພົມມະວົງ ສະກັອກກິ້ນສ໌ ໃຫ້ຮູ້ຕື່ມວ່າ: ກິລາປະເພດນີ້ ເປັນກິລາທີ່ບໍ່ໄດ້ເນັ້ນເລື່ອງສະລີລະຮ່າງກາຍ ຈະເປັນຄົນສູງ ຫລື ຕໍ່າ ກໍສາມາດຫລິ້ນໄດ້ ພຽງແຕ່ມີຄວາມມານະອົດທົນໃນການຝຶກຊ້ອມ ແລະ ກິລາປະເພດນີ້ ກໍໃຊ້ງົບບໍ່ສູງ, ອຸປະກອນບໍ່ແພງ ເຊິ່ງຈານແກ່ວງລາຄາເລີ່ມຕົ້ນ 35 ໂດລາ ການເຂົ້າຮ່ວມແຂ່ງຂັນບໍ່ໄດ້ເສຍຄ່າສະໜັກ, ສ່ວນເງິນລາງວັນການເປັນແຊ້ມແຕ່ລະລາຍການ ແມ່ນຂຶ້ນກັບລະດັບໃຫຍ່-ນ້ອຍ ຈາກຫລັກຮ້ອຍໄປຫາຫລັກພັນ ແລະ ຫລັກໜື່ນ ຖ້າຜົນງານດີ ຈະມີຜູ້ໃຫ້ການສະໜັບສະໜູນ, ມີສັງກັດ ແລະ ມີເງິນເດືອນ.
ທ່ານ ນາງ ອົ້ນ ພົມມະວົງ ສະກັອກກິ້ນສ໌ ເຊື່ອວ່າ: ຄົນລາວສາມາດຫລິ້ນກິລາປະເພດນີ້ໄດ້ ເຊິ່ງໃນອະນາຄົດທ່ານຈະຊອກຫາທ່າແຮງ ຜູ້ສະໜັບສະໜູນ ເພື່ອນຳເອົາກິລາປະເພດນີ້ ມາເຜີຍແຜ່ໃນ ສປປ ລາວ ໃຫ້ຄົນລາວໄດ້ລອງຫລິ້ນ ແລະ ສ້າງໂອກາດໃຫ້ເຂົາເຈົ້າໄດ້ໄປແຂ່ງຂັນໃນລະດັບຕ່າງໆໃນຕໍ່ໜ້າ.
ສຳລັບກິລາ Disc Golf ມີມາດົນນານສົມຄວນ ສ້າງຕັ້ງສະມາຄົມ Disc Golf ອາຊີບຂຶ້ນ ຕັ້ງແຕ່ປີ 1976 ບັນຈຸເຂົ້າກິລາ World Games ມາແຕ່ປີ 2001 ເຊິ່ງລັກສະນະຮູບແບບການຫລິ້ນຂອງກິລາປະເພດນີ້ ແມ່ນການແກ່ວງຈານເຂົ້າບ້ວງ ຫລື ເຂົ້າເປົ້າ ເປັນກິລາໄດ້ຮັບຄວາມນິຍົມຫລາຍສົມຄວນໃນອາເມຣິກາ, ເອີຣົບ ແລະ ບາງປະເທດໃນອາຊີ.
Photo: Ohn Phommavong Scoggins