ພິກລັອກ ອາເຈນຕິນ້າ ພາດທ່າເສຍໃຫ້ ຊາອຸດິອາຣາເບຍ ບານໂລກ 2022

ການແຂ່ງຂັນເຕະບານຊາຍ ຊິງແຊ້ມໂລກ ຄັ້ງທີ 22 ຫລື ບານໂລກ 2022 ທີ່ປະເທດກາຕ້າ ເປັນເຈົ້າພາບ ໃນລະຫວ່າງວັນທີ 20 ພະຈິກ ຫາວັນທີ 18 ທັນວານີ້ ກຸ່ມ C ນັດທີ 1 ວັນທີ 22 ພະຈິກຜ່ານມາ, ທັບຟ້າຂາວ ທີມຊາດອາເຈນຕິນ້າ (ອາກຊັງຕິນ) ແຊ້ມໂລກ 2 ສະໄໝ ໜຶ່ງໃນຕົວເຕັງແຊ້ມໂລກຄັ້ງນີ້ ພາດທ່າເສຍໃຫ້ ຊາອຸດິອາຣາເບຍ ຕົວແທນຈາກອາຊີ 1-2 ນຳກ່ອນພຽງ 10′ ນາທີທຳອິດຈາກການສັງຫານຈຸດໂທດຂອງ ລີໂອເນວ ເມັສຊີ້ ແຕ່ຖືກຍິງແຊງສອງປະຕູໃນຕົ້ນເຄິ່ງຫລັງຈາກ: ອາວ ເຊຣີ ນາທີ 48′ ແລະ ອາວ ດໍຊາຣີ ນາທີ 53′.

ອາກຊັງຕິນ ຖືກຢຸດສະຖິຕິໄຮ້ປະລາໄຊໄວ້ທີ່ 36 ນັດຕິດຕໍ່ກັນ ແລະ ເສຍໃຫ້ ທັບແຫລວມໍລະກົດ ແຫ່ງອາຊີ ຄັ້ງທຳອິດຈາກ 5 ນັດທີ່ພົບກັນ ກ່ອນໜ້ານີ້ 4 ນັດ ອາກຊັງຕິນ ຊະນະ 2 ສະເໝີ 2.
ຜົນອີກຄູ່ໜຶ່ງໃນກຸ່ມດຽວກັນ ເມັກຊິໂກ້ ສະເໝີກັບ ໂປແລນ (ໂປໂລຍ) 0-0 ນັດທີສອງ ຈະແຂ່ງຂັນວັນທີ 26 ພະຈິກນີ້ ອາກຊັງຕິນ ພົບ ເມັກຊິໂກ້ ແລະ ໂປໂລຍ ພົບ ຊາອຸດິອາຣາເບຍ.
ມື້ນີ້ (23 ພະຈິກ) ມີແຂ່ງຂັນ 4 ຄູ່ ນັດທີ 1 ຂອງກຸ່ມ E ແລະ F, ກຸ່ມ E ເຢຍລະມັນ ພົບ ຍີ່ປຸ່ນ ເວລາ 20:00, ແອັສປາຍ ພົບ ຄັອສຕາຣິກ້າ ເວລາ 23:00, ກຸ່ມ F: ໂມຣັອກໂຄ ພົບ ໂຄຣເອເຊຍ ເວລາ 17:00 ແລະ ແບນຊິກ ພົບ ການາດ້າ ເວລາ 2:00.
Photo: FIFA World Cup

Leave a Reply

Your email address will not be published. Required fields are marked *