ຝຣັ່ງ ແຊ້ມເກົ່າ ແຊງຊະນະ ອົດສະຕຣາລີ 4-1 ນັດທຳອິດ ບານໂລກ 2022

ການແຂ່ງຂັນເຕະບານຊາຍ ຊິງແຊ້ມໂລກ ຄັ້ງທີ 22 ຫລື ບານໂລກ 2022 ທີ່ະເທດກາຕ້າ ເປັນເຈົ້າພາບ ໃນລະຫວ່າງວັນທີ 20 ພະຈິກ ຫາວັນທີ 18 ທັນວານີ້ ກຸ່ມ D ນັດທີ 1 ວັນທີ 22 ພະຈິກຜ່ານມາ, ທີມຊາດຝຣັ່ງ ແຊ້ມເກົ່າ ແຊງຊະນະ ທີມຊາດອົດສະຕຣາລີ 4-1 ທັບຈິງໂຈ້ ນຳກ່ອນຈາກ ອາເລັກຊານເດີ ກູດວິນ ນາທີ 9′, ແຊ້ມເກົ່າຍິງແຊງ 4 ປະຕູລວດຈາກ: ອາດ້ຽນ ຣາບີໂອ ນາທີ 27′, ໂອລີວີເຢ່ ຊີຣູ ເໝົາສອງປະຕູນາທີ 32′, 71′ ກາຍເປັນປະຕູທີ 51 ກັບທີມຊາດ ທຽບເທົ່າກັບສະຖິຕິສູງສຸດຂອງ ເທ່ຍຣີ ອ໋ອງຣີ, ອີກໜຶ່ງປະຕູໄດ້ຈາກ: ຄີລຽນ ເອັມບັບເປ້ ນາທີ 68′.

ອີກຄູ່ໜຶ່ງໃນກຸ່ມດຽວກັນ ທີມຊາດເດັນມາກ ສະເໝີກັບ ທີມຊາດຕູນີເຊຍ (ຕູນີຊີ້) 0-0. ນັດທີສອງຂອງກຸ່ມ ຈະແຂ່ງຂັນວັນທີ 26 ພະຈິກນີ້ ຝຣັ່ງ ພົບ ເດັນມາກ ແລະ ຕູນີຊີ້ ພົບ ອົດສະຕຣາລີ.

Photo: FIFA World Cup

Leave a Reply

Your email address will not be published. Required fields are marked *