ແຂວງຊຽງຂວາງ ຄອງເຈົ້າຫລຽນຄຳ ກິລາລອຍນໍ້າ! ກິລາແຫ່ງຊາດ ຄັ້ງທີ 11

ການແຂ່ງຂັນກິລາລອຍນໍ້າ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ເປັນກິລາທຳອິດທີ່ສຳເລັດການແຂ່ງຂັນກ່ອນກິລາປະເພດອື່ນໆ ທຳການແຂ່ງຂັນເວລາ 4 ວັນຄື: ວັນທີ 19-22 ພະຈິກນີ້ ທີ່ສະລອຍນໍ້າແຫ່ງຊາດ ເຂດສະໜາມກິລາແຫ່ງຊາດ ຫລັກ 16 ນະຄອນຫລວງວຽງຈັນ ໂດຍມີ 5 ພາກສ່ວນເຂົ້າຮ່ວມຄື: ນະຄອນຫລວງວຽງຈັນ, ແຂວງຊຽງຂວາງ, ຫລວງພຣະບາງ, ສະຫວັນນະເຂດ ແລະ ຈຳປາສັກ, ມີນັກກິລາເຂົ້າຮ່ວມ 37 ຄົນ ໃນນີ້ເປັນຍິງ 12 ຄົນ, ຊາຍ 25 ຄົນ, ຊິງ 27 ຫລຽນຄຳ, ປະເພດດ່ຽວ 26 ລາຍການ ແລະ ທີມ 1 ລາຍການ ໂດຍນັກກິລາທີມຊາດ ສາມາດລົງແຂ່ງຂັນປະເພດດ່ຽວໄດ້ 3 ລາຍການ ແລະ ທີມ 1 ລາຍການ.

ຜ່ານການແຂ່ງຂັນ ແຂວງຊຽງຂວາງ ຄອງອັນດັບທີໜຶ່ງ ເປັນເຈົ້າຄອງຫລຽນຄຳກິລາປະເພດນີ້ ໄດ້ມາທັງໝົດ 8 ຫລຽນຄຳ 1 ຫລຽນເງິນ ແລະ 6 ຫລຽນທອງ ລວມ 15 ຫລຽນ, ທີ 2 ແຂວງຈຳປາສັກ ໄດ້ 6 ຫລຽນຄຳ 8 ຫລຽນເງິນ 8 ຫລຽນທອງ, ທີ 3 ແຂວງສະຫວັນນະເຂດ ໄດ້ 5 ຫລຽນຄຳ 7 ຫລຽນເງິນ 4 ຫລຽນທອງ, ທີ 4 ນະຄອນຫລວງວຽງຈັນ ໄດ້ 4 ຫລຽນຄຳ 8 ຫລຽນເງິນ 6 ຫລຽນທອງ ແລະ ທີ 5 ແຂວງຫລວງພະບາງ ຍາດມາໄດ້ 4 ຫລຽນຄຳ 3 ຫລຽນເງິນ ແລະ 3 ຫລຽນທອງ.

ສ່ວນຕາງໜ້າຄະນະກຳມະການດ້ານເຕັກນິກຈັດການແຂ່ງຂັນ ໄດ້ລາຍງານໃຫ້ຊາບວ່າ: ຕະຫລອດການແຂ່ງຂັນ 4 ວັນ ຂອງກິລາລອຍນໍ້າ ໃນງານກິລາແຫ່ງຊາດ ຄັ້ງນີ້ ເຫັນວ່າ: ໄດ້ຮັບຜົນສຳເລັດເປັນຢ່າງດີ, ແຕ່ລະພາກສ່ວນທີ່ເຂົ້າຮ່ວມແມ່ນມີລະບຽບວິໄນ ມີນໍ້າໃຈ ໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີ, ນັກກິລາກໍມີພັດທະນາການທີ່ດີ ແລະ ສະຖິຕິທີ່ດີ.

ສຳລັບການມອບຫລຽນລາງວັນກິລາລອຍນໍ້າ ໃນງານກິລາແຫ່ງຊາດ ຄັ້ງນີ້ ແມ່ນຈະໄປມອບ-ຮັບ ຢູ່ທີ່ແຂວງຊຽງຂວາງເຈົ້າພາບ.

Leave a Reply

Your email address will not be published. Required fields are marked *