ວັນທີ 29 ສິງຫານີ້, ທີ່ຄະນະກຳມະການໂອແລມປິກແຫ່ງຊາດລາວ ໄດ້ຈັດພິທີຖະແຫລງຂ່າວ ກຽມຈັດການແຂ່ງຂັນກິລາດອກປີກໄກ່ ຊິງແຊ້ມທົ່ວປະເທດ ຄັ້ງທີ 21 ຊິງຂັນປະທານສະພາແຫ່ງຊາດ ໃນວັນທີ 1-4 ກັນຍາ 2022 ນີ້ ທີ່ສະໂມສອນດອກປີກໄກ່ເສດຖາ ສະໜາມກິລາບຶງຂະຫຍອງ ນະຄອນຫລວງວຽງຈັນ.
ການແຂ່ງຂັນຄັ້ງນີ້ ໄດ້ຮັບການສະໜັບສະໜູນຫລັກໂດຍ ບໍລິສັດ ເບຍລາວ ຈຳກັດ ທັງນີ້ ເພື່ອສ້າງຂະບວນການສະເຫລີມສະຫລອງວັນສຳຄັນຕ່າງໆຂອງຊາດ ໂດຍສະເພາະ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 31 ປີ ພ້ອມກັນນີ້ ກໍເປັນການສ້າງຂະບວນການແຂ່ງຂັນກິລາດອກປີກໄກ່ພາຍໃນປະເທດໃຫ້ມີຄວາມຟົດຟື້ນ, ເປີດໂອກາດໃຫ້ນັກກິລາໄດ້ທົດສອບສີມື, ທັກສະ, ຄວາມສາມາດ ແລະ ຄັດເລືອກນັກກິລາດີເດັ່ນເປັນນັກກິລາທີມຊາດໃນແຕ່ລະຮຸ່ນອາຍຸ.
ການແຂ່ງຂັນເທື່ອນີ້ ມີທັງໝົດ 13 ລາຍການ, ໃນນີ້ ຮຸ່ນເຍົາວະຊົນ ມີ 4 ລາຍການຄື: ຍິງດ່ຽວ, ຊາຍດ່ຽວ, ອາຍຸບໍ່ເກີນ 12 ປີ, ຍິງດ່ຽວ, ຊາຍດ່ຽວ ອາຍຸບໍ່ເກີນ 15 ປີ ແລະ ຄູ່ຊາຍ ອາຍຸບໍ່ເກີນ 15 ປີ, ລະດັບໄວໜຸ່ມ ອາຍຸບໍ່ເກີນ 18 ປີ ມີ 4 ລາຍການຄື: ຍິງດ່ຽວ, ຊາຍດ່ຽວ ອາຍຸບໍ່ເກີນ 18 ປີ, ຄູ່ຊາຍ ອາຍຸບໍ່ເກີນ 18 ປີ ແລະ ຄູ່ປະສົມ ອາຍຸບໍ່ເກີນ 18 ປີ. ປະເພດທົ່ວໄປ ມີ 5 ລາຍການຄື: ຊາຍດ່ຽວ, ຄູ່ຍິງ, ຄູ່ຊາຍ, ຄູ່ປະສົມ ແລະ ຄູ່ສະໝັກຫລິ້ນຊາຍທົ່ວໄປ.
ມາເຖິງປະຈຸບັນນີ້ ມີນັກກິລາສະໝັກເຂົ້າຮ່ວມ 354 ຄົນ, ຍິງ 25 ຄົນ ເພີ່ມຂຶ້ນຈາກຄັ້ງຜ່ານມາ 10% ໂດຍມີທັງໝົດ 33 ພາກສ່ວນເຂົ້າຮ່ວມທີ່ມາຈາກບັນດາສະໂມສອນຕ່າງໆໃນທົ່ວປະເທດ ໃນນີ້ມີແຂວງສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ, ຫົວພັນ, ອຸດົມໄຊ, ຫລວງພະບາງ, ບໍ່ແກ້ວ ແລະ ນະຄອນຫລວງວຽງຈັນ. ປະຈຸບັນຄະນະຈັດການແຂ່ງຂັນແມ່ນມີຄວາມພ້ອມແລ້ວເຕັມຮ້ອຍ.
ໃຫ້ກຽດເຂົ້າຮ່ວມພິທີຖະແຫລງຂ່າວຄັ້ງນີ້ ມີ ທ່ານ ສົມພູ ພົງສາ ຮອງປະທານ ແລະ ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ, ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫລາດ ບໍລິສັດ ເບຍລາວ ຈຳກັດ ພ້ອມດ້ວຍ ຮອງປະທານສະຫະພັນດອກປີກໄກ່ແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ.
Photo: Larh Creators