ຮ້ານສະດວກຊື້ MP Store ເປັນຮ້ານຂາຍສິນຄ້າເຄື່ອງອຸປະໂພກ-ບໍລິໂພກ ທີ່ໄດ້ຮັບຄວາມຄວາມສົນໃຈ ແລະ ຜົນຕອບຮັບທີ່ດີ ຈາກລູກຄ້າຊາວແຂວງຊຽງຂວາງ ກໍຄືແຂກນັກທ່ຽວທ່ຽວຈາກທ້ອງຖິ່ນຕ່າງໆ ເມື່ອໄດ້ກາຍມາ ກໍມາແວ່ຊື້ສິນຄ້າຕ່າງໆເປັນຕົ້ນ: ເຄື່ອງດື່ມ, ອາຫານການກິນ ແລະ ຂອງທີ່ລະນຶກ ເພື່ອເປັນຂອງຝາກຂອງຕ້ອນ.
ທ່ານ ນາງ ມົນນິຕາ ພານຸວົງ ເຈົ້າຂອງຮ້ານສະດວກຊື້ MP Super Store ກ່າວວ່າ: ຮ້ານແຫ່ງນີ້ ມີສິນຄ້າທີ່ຫລາກຫລາຍ ທັງເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງໃຊ້ປະຈຳວັນ, ອາຫານແຊ່ແຂງ ລວມທັງເຄື່ອງຫັດຖະກຳ ແລະ ຂອງທີ່ລະນຶກຕ່າງໆ ທີ່ເປັນເອກະລັກຂອງແຂວງ.
ທ່ານ ນາງ ມົນນິຕາ ພານຸວົງ ໃຫ້ຮູ້ຕື່ມວ່າ: ໃນໄລຍະສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ທາງຮ້ານໄດ້ມີໂປໂມຊັ່ນ ຫລຸດແລກແຈກແຖມ ຄືນກຳໄລໃຫ້ລູກຄ້າ ພ້ອມກັນນັ້ນ ກໍມີແຜນຂະຫຍາຍສາຂາໃນອະນາຄົດ.
ເນື່ອງໃນໂອກາດທີ່ແຂວງຊຽງຂວາງ ໄດ້ເປັນເຈົ້າພາບ ກິລາແຫ່ງຊາດ ຄັ້ງທີ 11 ລວມທັງງານຕ່າງໆທີ່ຕິດພັນເຊັ່ນ: ການສະເຫລີມສະຫລອງ ທົ່ງໄຫຫີນ ເປັນມໍລະດົກໂລກ ແຫ່ງທີ 3 ຂອງ ສປປ ລາວ, ງານສະເຫລີມສະຫລອງພະເຈົ້າອົງຫລວງ ປາງປະທານພອນ, ງານບຸນກິນຈຽງ ພີ່ນ້ອງເຜົ່າມົ້ງ ແລະ ກິດຈະກຳອື່ນໆ ເຊິ່ງທາງຮ້ານ MP Super Store ພ້ອມແລ້ວໃນການສະໜອງສິນຄ້າໃຫ້ພຽງພໍ ຄົບວົງຈອນ ເພື່ອຮອງຮັບແຂກນັກທ່ອງທ່ຽວ ແລະ ຄະນະນັກກິລາ ທີ່ຈະມາຮ່ວມງານກິລາແຫ່ງຊາດຄັ້ງນີ້.
ຮ້ານສະດວກຊື້ MP Super Store ຕັ້ງຢູ່ບ້ານທົ່ງມີໄຊ ເມືອງແປກ ແຂວງຊຽງຂວາງ ຕິດກັບຮ້ານຂາຍລົດສີພາ ແກ້ວມໍເຕີ ເປີດບໍລິການເວລາ 7 ໂມງເຊົ້າ ຫາ 9 ໂມງແລງ.