ຫລາຍທ່ານທີ່ຕິດຕາມຊົມ ບານໂລກ 2022 ທີ່ກາຕ້າ ເປັນເຈົ້າພາບ ສິ່ງໜຶ່ງທີ່ສັງເກດເຫັນເດັ່ນສົມຄວນ ແມ່ນການຕໍ່ເວລາບາດເຈັບທີ່ຫລາຍກວ່າບານໂລກຄັ້ງຜ່ານໆມາ, ຕາມສະຖິຕິທີ່ຖືກບັນທຶກ ການແຂ່ງຂັນຜ່ານໄປພຽງ 4 ນັດ ມີການຕໍ່ເວລາບາດເຈັບໄປແລ້ວເກືອບ 65 ນາທີ, ໂດຍສະເພາະນັດທີ່ ທີມຊາດອັງກິດ ພົບກັບ ທີມຊາດອີຣານ ຕໍ່ເວລາບາດເຈັບເຖິງ 27 ນາທີ 16 ວິນາທີ.
ສາເຫດທີ່ຜູ້ຕັດສິນຕໍ່ເວລາຍາວເຖິງຂະໜາດນັ້ນ ຍ້ອນຜູ້ຮັກສາປະຕູຂອງ ອີຣານ ມີອາການບາດເຈັບ ບໍລິເວນຫົວ ແລະ ດັງ ຈຶ່ງທຳການປະຖົມພະຍາບານດົນສົມຄວນ, ສ່ວນເຄິ່ງຫລັງ ກໍເສຍເວລາຈາກການເບິ່ງຄືນ VAR ຂອງຜູ້ຕັດສິນ ແລະ ການປ່ຽນຜູ້ຫລິ້ນ. ແຕ່ຢ່າງໃດກໍຕາມ ການຕໍ່ເວລາທີ່ຍາວຢຽດນີ້ ແຟນບານສ່ວນຫລາຍໃຫ້ທັດສະນະວ່າ: ຫລາຍກວ່າເວລາທີ່ສູນເສຍໄປ. ເຊິ່ງຕາມກົດລະບຽບຂອງສະຫະພັນບານເຕະນາໆຊາດ (ຟີຟ້າ) ເຫດຜົນໃນການຕໍ່ເວລາບາດເຈັບຕໍ່ນັດ ແມ່ນຂຶ້ນກັບເວລາທີ່ສູນເສຍໄປຈາກການບາດເຈັບໃນສະໜາມຂອງນັກກິລາ, ການເບິ່ງຄືນ VAR ຂອງຜູ້ຕັດສິນ, ການປ່ຽນຕົວຜູ້ຫລິ້ນ, ການລົງໂທດກ່າວເຕືອນນັກກິລາ ເຊິ່ງອາດມີບັດເຫລືອງ, ບັດແດງ, ນອກຈາກນີ້ ຜູ້ຫລິ້ນບາງຄົນກໍຈົງໃຈທ່ວງເວລາ, ບານໂລກຄັ້ງນີ້ ຟີຟ້າ ຈຶ່ງທົບທວນຄືນ ແລະ ເຫັນວ່າ: ເປັນເວລາທີ່ສູນເສຍນອກເວລາປົກກະຕິ 90′ ນາທີ.
Photo: FIFA World Cup