ເນເທີແລນ ຍິງທ້າຍເກມ ຊະນະ ເຊເນການ 2-0 ນັດທຳອິດ ບານໂລກ 2022

ການແຂ່ງຂັນເຕະບານຊາຍ ຊິງແຊ້ມໂລກ ຄັ້ງທີ 22 ຫລື ບານໂລກ 2022 ທີ່ປະເທດກາຕ້າ ເປັນເຈົ້າພາບ ໃນລະຫວ່າງວັນທີ 20 ພະຈິກ ຫາວັນທີ 18 ທັນວານີ້ ກຸ່ມ A ນັດທີ 1 ວັນທີ 21 ພະຈິກຜ່ານມາ, ທີມຊາດເຊເນການ ແຊ້ມທະວີບອາຟຣິກາ ບໍ່ມີ ຊາດີໂອ ມາເນ່ ທີ່ມີອາການບາດເຈັບ ເສຍໃຫ້ ເນເທີແລນ (ໂຮນລັງ) ທ້າຍເກມ 0-2 ທັບອັດສະວິນ Orange ໄດ້ປະຕູຈາກ: ໂຄດີ້ ເກັກໂປ ສູນໜ້າຈາກ ພີເອັສວີ ໄອໂຮເຟັນ ນາທີ 84′ ແລະ ຕົວສຳຮອງ ດາວີ້ ຄາເຊັນ ກອງກາງຈາກ ອາແຈັກ ນາທີ 90+9′ ກາຍເປັນປະຕູທຳອິດຂອງທັງສອງໃນບານໂລກຮອບສຸດທ້າຍ.

ນັດທີສອງ ໂຮນລັງ ພົບ ເອກວາດໍຣ ແລະ ກາຕ້າ ເຈົ້າພາບ ພົບ ເຊເນການ ຈະແຂ່ງຂັນວັນທີ 25 ພະຈິກນີ້.

ສ່ວນມື້ນີ້ ມີແຂ່ງຂັນ 4 ຄູ່: ນັດທີໜຶ່ງຂອງກຸ່ມ C ແລະ D, ກຸ່ມ C: ອາກຊັງຕິນ ພົບກັບ ຊາອຸດິ ອາຣາເບຍ ເວລາ 17:00, ເມັກຊິໂກ້ ພົບ ໂປໂລຍ ເວລາ 23:00, ກຸ່ມ D ເດັນມາກ ພົບ ຕູນີຊີ ເວລາ 20:00 ແລະ ຝຣັ່ງ ແຊ້ມເກົ່າ ພົບ ອົດສະຕຣາລີ ເວລາ 2:00.

Photo: FIFA World Cup

Leave a Reply

Your email address will not be published. Required fields are marked *