ອັງກິດ ຖະຫລົ່ມ ອີຣານ 6-2 ນັດທຳອິດ ບານໂລກ 2022

ການແຂ່ງຂັນເຕະບານຊາຍ ຊິງແຊ້ມໂລກ ຄັ້ງທີ 22 ຫລື ບານໂລກ 2022 ທີ່ະເທດກາຕ້າ ເປັນເຈົ້າພາບ ໃນລະຫວ່າງວັນທີ 20 ພະຈິກ ຫາວັນທີ 18 ທັນວານີ້ ກຸ່ມ B ນັດທີ 1 ວັນທີ 21 ພະຈິກຜ່ານມາ, ທັບສາມພະຍາສິງ ທີມຊາດອັງກິດ ຖະຫລົ່ມ ທີມຊາດອີຣານ ເກີນຄາດໝາຍເຖິງ 6-2.

ອັງກິດ ໄດ້ປະຕູຈາກ: ຈຸດ ເບວລິ້ງແຮມ ນາທີ 35′, ບູກາໂຢ້ ຊາກ້າ 2 ປະຕູ ນາທີ 43′, 62′, ຣາຮີມ ສະເຕີລິ້ງ ນາທີ 45+1′, ມາຄັສ ຣາຊຟອດ ຕົວສຳຮອງ ນາທີ 71′ ແລະ ແຈັກ ກຣີລິສ ຕົວສຳຮອງ ນາທີ 89′. ແຮຣີ້ ເຄນ ຈັດສອງແອັສຊິສ, ລຸກຊໍລ, ແຮຣີ້ ແມັກໄກວ, ຣາຮີມ ສະເຕີລິ້ງ ແລະ ຄາວລໍ້າ ວິວສັນ ຜູ້ລະໜຶ່ງແອັສຊິດ. ທີມຊາດອີຣານ ໄດ້ສອງປະຕູຈາກ ເມດີ້ ຕາເຣມີ້ ສູນໜ້າຈາກ ເອຟຊີ ປໍຣໂຕ້ ນາທີ 65′ ແລະ 90+13′.

ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ສະຫະລັດ ອາເມຣິກາ ສະເໝີກັບ ເວວ 1-1 ອາເມຣິກາ ນຳກ່ອນຈາກ: ທີໂມທີ້ ເວຍ ນາທີ 36′ ເວວ ຕີສະເໝີຈາກການສັງຫານຈຸດໂທດຂອງ ແກເຣັດ ເບວ ນາທີ 82′ ນັດທີສອງ ອັງກິດ ພົບ ອາເມຣິກາ ແລະ ເວວ ພົບ ອີຣານ ຈະແຂ່ງຂັນວັນທີ 25 ພະຈິກນີ້.

Photo: FIFA World Cup

Leave a Reply

Your email address will not be published. Required fields are marked *