ການແຂ່ງຂັນກິລາຍິງປືນ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ເປັນກິລາທຳອິດທີ່ທຳການແຂ່ງຂັນກ່ອນກິລາປະເພດອື່ນໆ ເລີ່ມແຂ່ງຂັນວັນທີ 14 ພະຈິກນີ້ ທີ່ສະໜາມກິລາຍຶງປືນ 5 ເມສາ ນະຄອນຫລວງວຽງຈັນ ແລະ ສຳເລັດການແຂ່ງຂັນໄລຍະທຳອິດ ເມື່ອວັນທີ 20 ພະຈິກຜ່ານມາ ຊິງຫລຽນຄຳສຳເລັດແລ້ວ 18 ຫລຽນ, ປະກົດວ່າ: ສອງກຳລັງປະກອບອາວຸດ ກະຊວງປ້ອງກັນປະເທດ (ກອງທັບ) ແລະ ກະຊວງປ້ອງກັນຄວາມສະຫງົບ (ປກສ) ເປັນພຽງສອງພາກສ່ວນທີ່ໄດ້ຫລຽນຄຳ, ຂະນະນີ້ ກອງທັບ ເຈົ້າຄອງຫລຽນຄຳ ກິລາແຫ່ງຊາດຄັ້ງຜ່ານມາ ຍຶດອັນດັບ 1 ຕາຕະລາງຫລຽນລາງວັນ ກິລາຍິງປຶນ ກິລາແຫ່ງຊາດ ຄັ້ງທີ 11 ໄດ້ມາ 10 ຫລຽນຄຳ, 11 ຫລຽນເງິນ ແລະ 10 ຫລຽນທອງ.


ເຊິ່ງຄະນະນຳພານັກກິລາກອງທັບຊຸດນີ້ ພໍໃຈຢ່າງຍິ່ງກັບຜົນງານຂອງນັກກິລາທີ່ຍາດມາໄດ້ ໂດຍຍິງປືນກອງທັບຕັ້ງເປົ້າໄວ້ທີ່ 12 ຫລຽນຄຳ ຕອນນີ້ໄດ້ມາແລ້ວ 10 ຫລຽນຄຳ.
ທາງດ້ານ ກະຊວງປ້ອງກັນຄວາມສະຫງົບ (ປກສ) ວາງເປົ້າເປັນອັນດັບໜຶ່ງ ກິລາຍິງປືນໃນງານກິລາແຫ່ງຊາດຄັ້ງນີ້ ຂະນະນີ້ ຢູ່ອັນດັບສອງ ໄດ້ມາ 8 ຫລຽນຄຳ, 7 ຫລຽນເງິນ ແລະ 8 ຫລຽນທອງ.

ກິລາຍິງປືນ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ມີຊິງໄຊທັງໝົດ 34 ຫລຽນຄຳ, 34 ຫລຽນເງິນ ແລະ 68 ຫລຽນທອງ. ມີ 9 ພາກສ່ວນເຂົ້າຮ່ວມຊິງໄຊຄື: ນະຄອນຫລວງວຽງຈັນ, ແຂວງຊຽງຂວາງ, ຄຳມ່ວນ, ຜົ້ງສາລີ, ຫລວງພະບາງ, ຫົວພັນ, ສະຫວັນນະເຂດ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ. ນອກຈາກ ກອງທັບ ແລະ ປກສ ທີ່ໄດ້ຫລຽນໃນງານກິລາແຫ່ງຊາດຄັ້ງນີ້ ພາກສ່ວນອື່ນທີ່ໄດ້ຫລຽນມີ: ນະຄອນຫຼວງວຽງຈັນ ຍາດໄດ້ 9 ຫລຽນທອງ, ຫຼວງພະບາງ ໄດ້ 4 ຫລຽນທອງ, ຄຳມ່ວນ ໄດ້ 3 ຫລຽນທອງ ແລະ ແຂວງຊຽງຂວາງ ໄດ້ 2 ຫລຽນທອງ.
ການແຂ່ງຂັນກິລາຍິງປືນໃນງານກິລາແຫ່ງຊາດ ຄັ້ງທີ 11 ແບ່ງການແຂ່ງຂັນອອກເປັນ 3 ໄລຍະຄື: ໄລຍະທີ 1 ແຂ່ງຂັນວັນທີ 14-20 ພະຈິກ 2022 ທີ່ສະໜາມກິລາຍຶງປືນ 5 ເມສາ ນະຄອນຫລວງວຽງຈັນ, ໄລຍະທີ 2 ຈະແຂ່ງຂັນວັນທີ 24-29 ພະຈິກ 2022 ທີ່ສະໜາມກິລາຍຶງປືນ 5 ເມສາ ນະຄອນຫລວງວຽງຈັນ ແລະ ໄລຍະທີ 3 ຈະແຂ່ງຂັນວັນທີ 14-16 ທັນວາ 2022 ທີ່ໂຮງຮຽນນາຍສິບຂອງແຂວງຊຽງຂວາງ ເປັນປະເພດປືນສັ້ນ 15 ແມັດ ແລະ 25 ແມັດ ຍິງ-ຊາຍ.
ພາບ: ອ້ວນດຳ ພັນແພງດີ