ແຂວງຊຽງຂວາງ ໄດ້ມາແລ້ວ 3 ຫລຽນຄຳ ຈາກກິລາລອຍນໍ້າ! ກິລາແຫ່ງຊາດ ຄັ້ງທີ 11

ແຂວງຊຽງຂວາງ ເຈົ້າພາບ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ໄດ້ມາແລ້ວ 3 ຫລຽນຄຳທຳອິດ ຈາກກິລາລອຍນໍ້າ ໃນທ້າຍອາທິດຜ່ານມາ ທີ່ສະລອຍນໍ້າແຫ່ງຊາດ ເຂດສະໜາມກິລາແຫ່ງຊາດ ຫລັກ 16 ໂດຍ 2 ຫລຽນຄຳ ໄດ້ຈາກ: ທ້າວ ໂພທິວຸດ ໄຊຍະສອນ ເງືອກໜຸ່ມນໍ້າຫງຳ ລາຍການລອຍທໍາມະດາ ຫຼື ຟຣີສະຕາຍ 200 ແມັດຊາຍ ແລະ ປະເພດ 100 ແມັດ ທ່າແມງກະເບື້ອ ປະສົບຜົນສຳເລັດດັ່ງຫວັງ ກັບການເຂົ້າຮ່ວມກິລາແຫ່ງຊາດ ຄັ້ງທຳອິດ, ອີກ 1 ຫລຽນຄຳ ໄດ້ຈາກ: ນາງ ສຸທາດາ ດາວີໂອ ລອຍທ່າແມງກະເບື້ອ 50 ແມັດຍິງ.

ຂະນະທີ່ ແຂວງຈໍາປາສັກ ກໍໄດ້ 5 ຫລຽນຄຳຈາກ: ທ້າວ ອານຸສອນ ອ່ອນທິລັງສີ ທ່າລອຍຫງາຍ 200 ແມັດຊາຍ, ທ້າວ ສຸກທະວີ ຄຳມະນິວົງ ລອຍທຳມະດາ 400 ແມັດ, ນາງ ທິບທິດາ ຈັນທາ ທ່າລອຍຫງາຍ 100 ແມັດຍິງ ແລະ ລອຍທ່າແມງກາເບື້ອ 100 ແມັດຍິງ, ທ້າວ ພູມບັນດິດ ແກ້ວປະເສີດ ລອຍດ່ຽວທ່າປະສົມ 4×50 ແມັດຊາຍ.

ແຂວງຫລວງພຣະບາງ ໄດ້ 2 ຫລຽນຄຳຈາກ: ທ້າວ ພິໄຊຍະເດດ ທີຣະກຸນ ລອຍທຳມະດາ 400 ແມັດຊາຍ, ນາງ ກາບີແອນລາ ສີສຸລາດ ລາຍການ ລອຍດ່ຽວທ່າປະສົມ 4×50 ແມັດຍິງ.

ແຂວງສະຫວັນນະເຂດ ໄດ້ 3 ຫລຽນຄຳຈາກ: ນາງ ຈັນທະຈອນ ຈັນທະແສງ ລອຍທຳມະດາ 800 ແມັດຍິງ, ທ້າວ ຊະລາວາ ສີຫານຸວົງ ລອຍແມງກະເບື້ອ 50 ແມັດຊາຍ. ນາງ ຕາມສີລິ ນິຍົມໄຊ ລອຍທ່າກົບ 100 ແມັດຍິງຍິງ

ນະຄອນຫຼວງວຽງຈັນ ໄດ້ມາ 1 ຫລຽນຄຳຈາກ: ທ້າວ ວິລະພົງ ສີຫາວົງ ລອຍທ່າກົບ 100 ແມັດຊາຍ.

ສຳລັບກິລາລອຍນໍ້າ ເປັນ 1 ໃນ 2 ປະເພດກິລາ ມາແຂ່ງຂັນຢູ່ນະຄອນຫລວງວຽງຈັນ ຕໍ່ຈາກກິລາຍິງປືນ, ເຊິ່ງກິລາລອຍນໍ້າ ເລີ່ມແຂ່ງຂັນວັນທີ 19 ພະຈິກ ແລະ ຈະສຳເລັດໃນວັນທີ 22 ພະຈິກນີ້ ມີຊິງຫລຽນຄຳທັງໝົດ 27 ຫລຽນ, ປະເພດດ່ຽວ 26 ລາຍການ, ທີມ 1 ລາຍການ, ໂດຍມີນັກກິລາ 37 ຄົນເຂົ້າຮ່ວມ ໃນນີ້ເປັນຍິງ 12 ຄົນ, ຊາຍ 25 ຄົນ ທີ່ມາຈາກ 5 ພາກສ່ວນເຂົ້າຮ່ວມຄື: ນະຄອນຫລວງວຽງຈັນ, ແຂວງຊຽງຂວາງ, ຫລວງພຣະບາງ, ສະຫວັນນະເຂດ ແລະ ຈຳປາສັກ.

ພາບ: ອ້ວນດຳ ພັນແພງດີ

Leave a Reply

Your email address will not be published. Required fields are marked *