ອາວເລນ ແຊງຊະນະ ຕິ່ງຈຸນຮຸຍ 10–7 ເຟຣມ ຄວ້າແຊ້ມສະນຸກເກີ UK Championship ຄັ້ງທຳອິດ!

ການແຂ່ງຂັນສະນຸກເກີ ລະດັບໂລກ ລາຍການ UK Championship ປະຈຳປີ 2022 ທີ່ສັງວຽນ Barbican Centre ເມືອງ York ປະເທດອັງກິດ ໃນລະຫວ່າງວັນທີ 12–20 ພະຈິກຜ່ານມາ ຊິງເງິນລາງວັນລວມ 1,205,000 ປອນ.

ຮອບຊິງຊະນະເລີດ ມາກ ອາວເລນ ມື 9 ຂອງລາຍການຈາກໄອແລນເໜືອ (ອຽກລັງເໜືອ) ພົບກັບ ຕິ່ງຈຸນຮຸຍ ມື 38 ຂອງລາຍການ ຈາກຈີນ ແຊ້ມ 3 ສະໄໝ, ຈົບການແຂ່ງຂັນພາກທຳອິດ ຫລື ເຊັສຊັ່ນທຳອິດ 8 ເຟຣມ, ອາເລນ ຕາມຫລັງ ຕິ່ງຈຸນຮຸຍ 2-6 ເຟຣມ, ແຕ່ມາເຊັສຊັ່ນທີສອງ ອາວເລນ ພິກແຊງຊະນະ ຕິ່ງຈຸນຮຸຍ 10–7 ເຟຣມ ຄວ້າແຊ້ມລາຍການນີ້ ເປັນຄັ້ງທຳອິດ ແລະ ເປັນນັກສະນຸກເກີໄອແລນເໜືອຄົນທີສອງທີ່ສາມາດຄອງແຊ້ມລາຍການນີ້ຕໍ່ຈາກ ອາເລັກ ຮິກກິ້ນ ໃນປີ 1983.

ອາວເລນ ຮັບຂັນແຊ້ມ ພ້ອມເງິນລາງວັນ 250,000 ປອນ, ຮອງແຊ້ມໄດ້ຮັບ 100,000 ປອນ. ສ່ວນລາງວັນເຂົ້າເບຣກສູງສຸດລາຍການນີ້ ເປັນຂອງ ຣອນນີ້ ໂອຊຸນລີແວນ ລວມ 137 ຄະແນນ ຮັບເງິນລາງວັນ 15,000 ປອນ.

Photo: World Snooker Tour

Leave a Reply

Your email address will not be published. Required fields are marked *