ການແຂ່ງຂັນເທັນນິສຊາຍ ລາຍການໃຫຍ່ທ້າຍປີ ATP Finals ປະຈຳປີ 2022 ທີ່ຄັດເອົາ 8 ນັກເທັນນິສຊາຍ ອັນດັບ 1 ໃນ 8 ຂອງໂລກ ມາພົບກັນ ທີ່ເມືອງຕູຣິນ ປະເທດອີຕາລີ ໃນອາທິດຜ່ານມາ, ປະເພດຊາຍດ່ຽວ ຮອບຊິງຊະນະເລີດປີນີ້ ໂນວັກ ໂຢໂຄວິກ ອະດີດແຊ້ມ 5 ສະໄໝ ມື 6 ຂອງລາຍການ ຈາກແຊັກບີ້ ຟອມເດັ່ນ ເອົາຊະນະ ແຄັສເປີ ຣຸດ ມື 4 ຂອງລາຍການ ຈາກນອກແວ 2-0 ເຊັດ: 7–5, 6–3.
ໂນວັກ ຄວ້າໄຊ 5 ນັດລວດ ຄອງແຊ້ມເປັນສະໄໝທີ 6 ຕໍ່ຈາກປີ 2015 ທຽບເທົ່າສະຖິຕິສູງສຸດຂອງ ໂຣເຈີ ເຟດເດີເຣີ ຈາດສະວິດເຊີແລນ. ໂນວັກ ຮັບເງິນລາງວັນ 4,740,300 ໂດລາສະຫະລັດ, ແຄັສເປີ ຣຸດ ກາຍເປັນຊາວນອກແວຄົນທຳອິດ ໄດ້ຮອງແຊ້ມລາຍການນີ້ ຮັບເງິນລາງວັນ 2,156,600 ໂດລາ.
Photo: Nitto ATP Fianals