ກາຕ້າ ເຈົ້າພາບ ພາດທ່າເສຍໃຫ້ ເອກວາດໍຣ ຄູ່ເປີດສະໜາມ ບານໂລກ 2022

ການແຂ່ງຂັນເຕະບານຊາຍ ຊິງແຊ້ມໂລກ ຄັ້ງທີ 22 ຫລື ບານໂລກ 2022 ທີ່ະເທດກາຕ້າ ເປັນເຈົ້າພາບ ໃນລະຫວ່າງວັນທີ 20 ພະຈິກ ຫາວັນທີ 18 ທັນວານີ້ ຄູ່ເປີດສະໜາມ ເປັນສອງທີມໃນກຸ່ມ A ເຈົ້າພາບ ກາຕ້າ ດວນກັບ ທີມຊາດເອກວາດໍຣ ທີ່ສະໜາມ Al Bayt ທາມກາງຜູ້ຊົມເຕັມຄວາມຈຸສະໜາມ 67,000 ກວ່າຄົນ.

ປະກົດວ່າ: ເອກວາດໍຣ ເຮັດໄດ້ດີກວ່າ ເຈົ້າພາບ ກາຕ້າ ທັງການຄອງບານ ແລະ ໃຊ້ໂອກາດເດັດຂາດກວ່າ ເອົາຊະນະ ກາຕ້າ 2-0 ຈາກ: ເອັນເນີ ບາເລັນເຊຍ ກັບຕັນທີມ ສູນໜ້າຈາກ ເຟເນບາເຊ້, ອະດີດສູນໜ້າ ເວັສແຮມ ແລະ ເອຟເວີຕົນ ນາທີ 16′ ແລະ 31′.

ສ່ວນວັນທີ 21 ພະຈິກນີ້ ຈະມີແຂ່ງຂັນ 3 ຄູ່: ກຸ່ມ A ນັດທີ 1 ເຊເນການ ພົບກັບ ເນເທີແລນ (ໂຮນລັງ) ເວລາ 23:00, ກຸ່ມ B ນັດທີ 1 ອັງກິດ ພົບ ອີຣານ ເວລາ 20:00 ແລະ ສະຫະລັດ ອາເມຣິກາ ພົບ ເວວ ເວລາ 2:00.

Photo: FIFA World Cup

Leave a Reply

Your email address will not be published. Required fields are marked *