ການແຂ່ງຂັນກິລາຍິງປືນ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ເປັນກິລາທຳອິດທີ່ທຳການແຂ່ງຂັນກ່ອນກິລາປະເພດອື່ນໆ ເລີ່ມແຂ່ງຂັນວັນທີ 14 ພະຈິກນີ້ ທີ່ສະໜາມກິລາຍຶງປືນ 5 ເມສາ ນະຄອນຫລວງວຽງຈັນ ແລະ ສຳເລັດການແຂ່ງຂັນໄລຍະທຳອິດ ວັນທີ 20 ພະຈິກຜ່ານມາ, ປະກົດວ່າ: ສອງກຳລັງປະກອບອາວຸດ ກະຊວງປ້ອງກັນປະເທດ (ກອງທັບ) ແລະ ກະຊວງປ້ອງກັນຄວາມສະຫງົບ (ປກສ) ເປັນພຽງສອງພາກສ່ວນທີ່ໄດ້ຫລຽນຄຳ, ກອງທັບ ເຈົ້າຄອງຫລຽນຄຳ ກິລາແຫ່ງຊາດຄັ້ງຜ່ານມາ ແຊງ ກະຊວງປ້ອງກັນຄວາມສະຫງົບໃນມື້ສຸດທ້າຍຂອງການແຂ່ງຂັນ ຍຶດອັນດັບ 1 ຕາຕະລາງຫລຽນລາງວັນ ກິລາຍິງປຶນ ກິລາແຫ່ງຊາດ ຄັ້ງທີ 11 ດ້ວຍຈຳນວນຫລຽນຄຳ 10 ຫລຽນ, ຫລຽນເງິນ 11 ຫລຽນ ແລະ ຫລຽນທອງ 10 ຫລຽນ, ທີສອງ ປກສ ໄດ້ 8 ຫລຽນຄຳ, 7 ຫລຽນເງິນ ແລະ 8 ຫລຽນທອງ.


– ອັນດັບທີ 3 ນະຄອນຫຼວງວຽງຈັນ ຍາດໄດ້ 9 ຫລຽນທອງ
– ອັນດັບທີ 4 ແຂວງຫຼວງພະບາງ ໄດ້ 4 ຫລຽນທອງ
– ອັນດັບທີ 5 ແຂວງຄຳມ່ວນ ຍາດໄດ້ 3 ຫລຽນທອງ
– ອັນດັບທີ 6 ແຂວງຊຽງຂວາງ ຍາດໄດ້ 2 ຫລຽນທອງ.
ກິລາຍິງປືນ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ມີຊິງໄຊທັງໝົດ 34 ຫລຽນຄຳ, 34 ຫລຽນເງິນ ແລະ 68 ຫລຽນທອງ. ມີ 9 ພາກສ່ວນເຂົ້າຮ່ວມຊິງໄຊຄື: ນະຄອນຫລວງວຽງຈັນ, ແຂວງຊຽງຂວາງ, ຄຳມ່ວນ, ຜົ້ງສາລີ, ຫລວງພະບາງ, ຫົວພັນ, ສະຫວັນນະເຂດ, ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ.

ການແຂ່ງຂັນກິລາຍິງປືນໃນງານກິລາແຫ່ງຊາດ ຄັ້ງທີ 11 ແບ່ງການແຂ່ງຂັນອອກເປັນ 3 ໄລຍະຄື: ໄລຍະທີ 1 ແຂ່ງຂັນວັນທີ 14-20 ພະຈິກ 2022 ທີ່ສະໜາມກິລາຍຶງປືນ 5 ເມສາ ນະຄອນຫລວງວຽງຈັນ, ໄລຍະທີ 2 ຈະແຂ່ງຂັນວັນທີ 24-29 ພະຈິກ 2022 ທີ່ສະໜາມກິລາຍຶງປືນ 5 ເມສາ ນະຄອນຫລວງວຽງຈັນ ແລະ ໄລຍະທີ 3 ຈະແຂ່ງຂັນວັນທີ 14-16 ທັນວາ 2022 ທີ່ໂຮງຮຽນນາຍສິບຂອງແຂວງຊຽງຂວາງ ເປັນປະເພດປືນສັ້ນ 15 ແມັດ ແລະ 25 ແມັດ ຍິງ-ຊາຍ.
ພາບ: ອ້ວນດຳ ພັນແພງດີ