8 ສະໜາມ ທີ່ສວຍງາມ ມີເອກະລັກຂອງເຈົ້າພາບກາຕ້າ ໃນການຮອງຮັບໃຫ້ແກ່ການແຂ່ງຂັນເຕະບານຊາຍ ຊິງແຊ້ມໂລກ ຄັ້ງທີ 22 ຫລື ບານໂລກ 2022 ທີ່ຈະມີຂຶ້ນໃນວັນທີ 20 ພະຈິກ ຫາວັນທີ 18 ທັນວານີ້.
+ ສະໜາມທີ 1 ສະໜາມ Lusail Iconic ບັນຈຸຜູ້ຊົມໄດ້ 80,000 ຄົນ ຮອງຮັບໃຫ້ແກ່ການແຂ່ງຂັນຮອບແບ່ງກຸ່ມ 6 ນັດ, ຮອບ 16 ທີມສຸດທ້າຍ 1 ນັດ, ຮອບ 8 ທີມ 1 ນັດ, ຮອບ 4 ທີມ 1 ນັດ ແລະ ຮອບຊິງຊະນະເລີດ.
+ ສະໜາມທີ 2 ສະໜາມ Al-Bayt ບັນຈຸຜູ້ຊົມໄດ້ 60,000 ຄົນ ຮອງຮັບໃຫ້ແກ່ການແຂ່ງຂັນຮອບແບ່ງກຸ່ມ 6 ນັດ, ຮອບ 16 ທີມສຸດທ້າຍ 1 ນັດ, ຮອບ 8 ທີມ 1 ນັດ ແລະ ຮອບ 4 ທີມສຸດທ້າຍ 1 ນັດ.
+ ສະໜາມທີ 3 ສະໜາມ Khalifa International ບັນຈຸຜູ້ຊົມໄດ້ 45,416 ຄົນ ຮອງຮັບໃຫ້ແກ່ການແຂ່ງຂັນຮອບແບ່ງກຸ່ມ 6 ນັດ, ຮອບ 16 ທີມສຸດທ້າຍ 1 ນັດ ແລະ ການຊິງອັນດັບສາມ.
+ ສະໜາມທີ 4 ສະໜາມ Education City ບັນຈຸຜູ້ຊົມໄດ້ 45,350 ຄົນ ຮອງຮັບໃຫ້ແກ່ການແຂ່ງຂັນຮອບແບ່ງກຸ່ມ 6 ນັດ, ຮອບ 16 ທີມສຸດທ້າຍ 1 ນັດ ແລະ ຮອບ 8 ທີມ 1 ນັດ.
+ ສະໜາມທີ 5 ສະໜາມ Ahmad bin Ali ບັນຈຸຜູ້ຊົມໄດ້ 44,740 ຄົນ ຮອງຮັບໃຫ້ແກ່ການແຂ່ງຂັນຮອບແບ່ງກຸ່ມ 6 ນັດ ແລະ ຮອບ 16 ທີມສຸດທ້າຍ 1 ນັດ.
+ ສະໜາມທີ 6 ສະໜາມ 974 ຈຸດເດັ່ນມີຕູ້ຄອນເທນເນີ ເປັນເອກະລັກ ບັນຈຸຜູ້ຊົມໄດ້ 40,000 ຄົນ ຮອງຮັບໃຫ້ແກ່ການແຂ່ງຂັນຮອບແບ່ງກຸ່ມ 6 ນັດ ແລະ ຮອບ 16 ທີມສຸດທ້າຍ 1 ນັດ.
+ ສະໜາມທີ 7 ສະໜາມ Al-Thumama ບັນຈຸຜູ້ຊົມໄດ້ 40,000 ຄົນ ຮອງຮັບໃຫ້ແກ່ການແຂ່ງຂັນຮອບແບ່ງກຸ່ມ 6 ນັດ ຮອບ 16 ທີມສຸດທ້າຍ 1 ນັດ ແລະ ຮອບ 8 ທີມ 1 ນັດ.
+ ສະໜາມທີ 8 ສະໜາມ Al-Janoub ບັນຈຸຜູ້ຊົມໄດ້ 40,000 ຄົນ ຮອງຮັບໃຫ້ແກ່ການແຂ່ງຂັນຮອບແບ່ງກຸ່ມ 6 ນັດ ຮອບ 16 ທີມສຸດທ້າຍ 1 ນັດ ແລະ ຮອບ 16 ທີມສຸດທ້າຍ 1 ນັດ.
ນີ້ເປັນຄັ້ງປະຫວັດສາດທີ່ປະເທດກາຕ້າ ໄດ້ຮັບກຽດເປັນເຈົ້າພາບບານໂລກຮອບສຸດທ້າຍ ແລະ ເປັນປະເທດອາຣັບຊາດທຳອິດ ເປັນຊາດທີສາມຂອງອາຊີ ຕໍ່ຈາກ ຍີ່ປຸ່ນ ແລະ ສາທາລະນະລັດເກົາຫລີ ຮ່ວມກັນເປັນເຈົ້າພາບໃນປີ 2002. ຄູ່ເປີດສະໜາມ ເຈົ້າພາບ ກາຕ້າ ພົບກັບ ເອກົວດໍຣ ວັນທີ 20 ພະຈິກນີ້ ເວລາ 23:00 ທີ່ສະໜາມ Al-Bayt ໃນເມືອງ Al Khor ທາງພາກຕາເວັນອອກສ່ຽງເໜືອຂອງປະເທດ.
Photo: FIFA World Cup