ການແຂ່ງຂັນເຕະບານຊາຍ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ມີ 17 ທີມເຂົ້າຮ່ວມ ແບ່ງເປັນ 4 ສາຍ ປະກົດວ່າ: ທັບນັກກິລາເຕະບານຊາຍ ແຂວງຄຳມ່ວນ ແຊ້ມເກົ່າ ຈັບສະຫລາກຮ່ວມສາຍ ຄ ກັບ ແຂວງອັດຕະປື, ຈຳປາສັກ ແລະ ບໍລິຄຳໄຊ ເຕະບານຊາຍ ໃນງານກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນອີກໜຶ່ງສາຍທີ່ໜ້າຕິດຕາມຊົມເປັນຢ່າງຍິ່ງ ຕໍ່ຈາກ ສາຍ ກ ທີ່ມີ ນະຄອນຫລວງວຽງຈັນ ແຊ້ມບານເຕະແຫ່ງຊາດປີນີ້, ກະຊວງປ້ອງກັນປະເທດ, ແຂວງໄຊສົມບູນ, ວຽງຈັນ ແລະ ໄຊຍະບູລີ.
ສ່ວນ ສາຍ ຂ ປະກອບມີ: ເຈົ້າພາບ ຊຽງຂວາງ ຮອງແຊ້ມບານເຕະແຫ່ງຊາດ 2022, ບໍ່ແກ້ວ, ເຊກອງ ແລະ ກະຊວງສາທາລະນະສຸກ, ສາຍ ງ ມັນເຊັ່ນກັນ ມີ: ແຂວງຫລວງພະບາງ, ສະຫວັນນະເຂດ, ສາລະວັນ ແລະ ຫົວພັນ. ຮູບແບບການແຂ່ງຂັນພົບກັນໝົດໃນສາຍ ແລ້ວຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະສາຍ ເຂົ້າຮອບ 8 ທີມສຸດທ້າຍຕໍ່ໄປ ຈະແຂ່ງຂັນໃນລະຫວ່າງວັນທີ 10-21 ທັນວານີ້ ທີ່ສະໜາມກິລາທົ່ງໄຫຫີນ ສະໜາມໃໝ່.
ສ່ວນເຕະບານຍິງ ມີ 5 ທີມເຂົ້າຮ່ວມຄື: ນະຄອນຫລວງວຽງຈັນ, ແຂວງຊຽງຂວາງ, ຈຳປາສັກ, ຫລວງພະບາງ ແລະ ໄຊຍະບູລີ ຮູບແບບການແຂ່ງຂັນພົບກັນໝົດ 5 ທີມ ແລ້ວຄັດເອົາທີ 1 ແລະ ທີ 2 ມາຊິງຫລຽນຄຳ, ສ່ວນອັນດັບທີສາມ ໄດ້ຫລຽນທອງ ໂດຍຈະແຂ່ງຂັນໃນລະຫວ່າງວັນທີ 11-20 ທັນວານີ້ ທີ່ສະໜາມກິລາໄຊຊະນະ (ສະໜາມບ້ານໂພນມີໄຊ).
Photo: LFF National Football Championship