ຊຽງຂວາງ ແຂ່ງຂັນກັອຟ ລະດົມທຶນໄດ້ 4,3 ຕື້ກວ່າກີບ ເພື່ອຮັບໃຊ້ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11

ການແຂ່ງຂັນກິລາກັອຟ ເພື່ອລະດົມທຶນ ໃຫ້ແກ່ງານມະຫະກໍາກິລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບ ເມື່ອທ້າຍອາທິດຜ່ານມາ, ທີ່ສະໜາມກັອຟລ່ອງວຽນ, ນະຄອນຫລວງວຽງຈັນ ຊີງຂັນທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຜູ້ຊີ້ນໍາຂົງເຂດວຽກງານເສດຖະກິດ, ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ບັນດາການນໍາພັກ-ລັດ, ບັນດາເຈົ້າແຂວງ, ຮອງເຈົ້າແຂວງ, ນັກທຸລະກິດ ແລະ ນັກກິລາ ທີ່ມາຈາກສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.
ເຊິ່ງການແຂ່ງຂັນກັອຟຄັ້ງນີ້ ສາມາດລະດົມທຶນໄດ້ເຖິງ 4,3 ຕື້ກວ່າກີບ, ເປັນການປະກອບສ່ວນອັນສຳຄັນ ເພື່ອຊ່ວຍໃຫ້ງານກິລາແຫ່ງຊາດຄັ້ງນີ້ ບັນລຸຜົນສຳເລັດຕາມຄາດໝາຍ.
ພາບ: ຂ່າວສານປະເທດລາວ

Leave a Reply

Your email address will not be published. Required fields are marked *