ເທັນນິສ ນະຄອນຫລວງ ຕັ້ງເປົ້າ 5 ຫລຽນຄຳ ງານກິລາແຫ່ງຊາດ ຄັ້ງທີ 11

ສະຫະພັນກິລາເທັນນິສ ນະຄອນຫລວງວຽງຈັນ ວາງເປົ້າໝາຍສູ້ຊົນຍາດໃຫ້ໄດ້ 5 ຫລຽນຄຳ ຈາກການຊິງໄຊທັງໝົດ 7 ຫລຽນຄຳ ໃນງານກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງເປັນເຈົ້າພາບ ໃນທ້າຍປີນີ້ ໂດຍຈະສົ່ງນັກກິລາເຂົ້າຮ່ວມ 11 ຄົນ, ຊາຍ 6 ຄົນ, ຍິງ 5 ຄົນ, ຮ່ວມຊິງໄຊຄົບ 7 ລາຍການຄື: ຍິງດ່ຽວ, ຊາຍດ່ຽວ, ຄູ່ຍິງ, ຄູ່ຊາຍ, ຄູ່ປະສົມ, ທີມຍິງ ແລະ ທີມຊາຍ.

ນັກກິລາຊຸດນີ້ ເປັນລູກຫລານຊາວນະຄອນຫລວງທັງໝົດ, ມີປະສົບການ ແລະ ສີມືດີອັນດັບຕົ້ນໆຂອງປະເທດ, ທຳການເກັບຕົວຝຶກຊ້ອມມາເກືອບ 3 ເດືອນ, ຈຳນວນໜຶ່ງໄປແຂ່ງຂັນຢູ່ຕ່າງປະເທດ ແລະ ຈະກັບມາສົບທົບທີມກ່ອນການແຂ່ງຂັນໃນມໍ່ໆນີ້.

ດ້ານຜູ້ຝຶກສອນ ທາງສະຫະພັນເທັນນິສ ນະຄອນຫລວງ ໄດ້ ອາລັນ ຄູຝຶກຊາວອົດສະຕຣາລີ ຈາກສະຫະພັນເທັນນິສແຫ່ງຊາດ ມາຊ່ວຍຝຶກສອນ ຍົກລະດັບນັກກິລາ ເຊິ່ງທ່ານໄດ້ກ່າວໃຫ້ຮູ້ວ່າ: ຕະຫລອດການຝຶກຊ້ອມທີ່ຂຸ້ນຂ້ຽວໄລຍະຫລາຍກວ່າ 2 ເດືອນ ເຫັນວ່າ: ນັກກິລາມີຄວາມພ້ອມ ທາງດ້ານພະລະກຳລັງ, ເຕັກນິກ ແລະ ທັກສະຕ່າງໆ ເຊື່ອໝັ້ນວ່າ: ຈະສາມາດເຮັດໄດ້ຕາມຄາດໝາຍ 5 ຫລຽນຄຳ.

ຂະນະທີ່ ນັກກິລາທຸກຄົນ ລ້ວນແລ້ວແຕ່ພູມໃຈທີ່ໄດ້ຮັບໃຊ້ບ້ານເມືອງເກີດ ແລະ ມີຄວາມມຸ້ງໝັ້ນ ຈະທຸ້ມສຸດຄວາມສາມາດ ເພື່ອສ້າງຜົນງານໃຫ້ດີທີ່ສຸດ ແລະ ຍາດຫລຽນຄຳມາໃຫ້ໄດ້.

ເທັນນິສນະຄອນຫລວງຫ່າງເຫີນຈາກການຄວ້າຫລຽນຄຳໃນງານກິລາແຫ່ງຊາດມາຫລາຍປີ, ຊຸດນີ້ ພາຍໃຕ້ການບໍລິຫານງານຂອງຄະນະຊຸດໃໝ່ ວາງຄາດໝາຍໄວ້ສູງສົມຄວນ ເພື່ອຫວັງພິຊິດຫລຽນຄຳໃຫ້ໄດ້.

ສຳລັບຂໍ້ກຳນົດນັກກິລາເທັນນິສ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ຜູ້ໜຶ່ງສາມາດລົງແຂ່ງໄດ້ບໍ່ເກີນ 2 ລາຍການ ບໍ່ນັບປະເພດທີມ ວັນທີ 15-19 ທັນວາ 2022 ນີ້ ທີ່ສະໜາມໄຊຊະນະ (ບ້ານໂພນມີໄຊ).

Leave a Reply

Your email address will not be published. Required fields are marked *