ຊອນເຮືອງມິນ ບໍ່ພໍໃຈ ຖືກປ່ຽນຕົວ ເກມພຣີເມ່ຍລີກ ນັດດວນກັບ ນັອດຕິ້ງແຮມ ຟໍເຣັດ

ຊອນເຮືອງມິນ ສູນໜ້າຊາວສາທາລະນະລັດເກົາຫລີ ໄວ 30 ປີ ສະແດງອາການບໍ່ພໍໃຈ ທີ່ຖືກປ່ຽນຕົວອອກ ເກມພຣີເມ່ຍລີກ ລະດູການໃໝ່ 2022-23 ເມື່ອວັນທີ 28 ສິງຫາຜ່ານມາ ທີ່ຕົ້ນສັງກັດ ສະເປີ ບຸກຊະນະ ນັອດຕິ້ງແຮມ ຟໍເຣັດ 2-0.

ຊອນນີ້ ເຈົ້າຂອງລາງວັນດາວຍິງສູງສຸດ ພຣີເມ່ຍລີກ ລະດູການຜ່ານມາ ຮ່ວມກັບ ໂມຮາເໝັດ ຊາລ້າ ປືນຝືດມາ 3 ນັດ ສະແດງອາການງຸດຫງິດ ບໍ່ພໍໃຈທີ່ຖືກຜູ້ຖືກຜູ້ຈັດການທີມ ຄອນເຕ້ ປ່ຽນຕົວອອກ ໃນນາທີ 74′ ແລະ ໃຫ້ ຣິຊາລີສັນ ກອງໜ້າໃໝ່ທີ່ຊື້ມາຈາກ ເອຟເວີຕັນ ລົງໄປແທນ ແຕ່ຈຳໃຈປະຕິບັດຕາມຄຳສັ່ງຂອງຜູ້ຈັດການທີມ.

ລະດູການຜ່ານມາ ຊອນນີ້ ຍິງ 23 ປະຕູຈາກ 35 ນັດ ໃນພຣີເມ່ຍລີກ ຄວ້າລາງວັນດາວຍິງສູງສຸດຮ່ວມກັບ ໂມຮາເໝັດ ຊາລ້າ ຂອງລີເວີພູລ ແລະ ພາ ສະເປີ ຈົບອັນດັບທີ ໄດ້ໄປຫລິ້ນ ຢູຟ້າ ແຊ້ມປ້ຽນລີກ ລະດູການນີ້. ນັດຕໍ່ໄປ ຊອນເຮືອງມິນ ຈະພາສະເປີ ໄປຢາມ ເວັສແຮມ ໃນຄືນວັນທີ 31 ສິງຫານີ້ ເວລາ 1:45.

Photo: Premier League

Leave a Reply

Your email address will not be published. Required fields are marked *