ບານສົ່ງໃນຮົ່ມຊາຍ ເຈົ້າພາບ ຕັ້ງເປົ້າລຸ້ນຫລຽນຄຳ ກິລາແຫ່ງຊາດ ຄັ້ງທີ 11

ກິລາບານສົ່ງ ເປັນໜຶ່ງໃນ 25 ປະເພດກິລາທີ່ແຂວງຊຽງຂວາງ ເຈົ້າພາບ ສົ່ງເຂົ້າຮ່ວມຊິງໄຊ ໃນງານກິລາແຫ່ງຊາດ ຄັ້ງທີ 11 ໂດຍວາງຄາດໝາຍຈະສູ້ຊົນເຂົ້າຊິງຊະນະເລີດ ລຸ້ນຫລຽນຄຳຈາກປະເພດທີມຊາຍ, ທ່ານ ບົວເພັງ ສຸລິນາ ຮອງປະທານສະຫະພັນບານສົ່ງແຂວງຊຽງຂວາງ ໃຫ້ຮູ້ວ່າ: ຄະນະນັກກິລາບານສົ່ງຊຸດນີ້ ພາຍຫລັງຜ່ານການຄັດຕົວຈາກບັນດາພະແນກ ກົມກອງຕ່າງໆພາຍໃນແຂວງ ກໍໄດ້ເກັບຕົວຝຶກຊ້ອມມາຫລາຍກວ່າສອງເດືອນ ມາຮອດປະຈຸບັນແມ່ນມີຄວາມພ້ອມເກືອບເຕັມຮ້ອຍ ຕັ້ງເປົ້າສູງໄວ້ທີ່ບານສົ່ງໃນຮົ່ມຊາຍ ຫວັງລຸ້ນຫລຽນຄຳ ໃນງານກິລາແຫ່ງຊາດ ຄັ້ງນີ້ ສ່ວນບານສົ່ງໃນຮົ່ມຍິງ ກໍຈະພະຍາຍາມໃຫ້ນັກກິລາສູ້ສຸດຂີດ ເພື່ອເຂົ້າຮອບເລິກໆ ຂະນະທີ່ ບານສົ່ງຫາດຊາຍ ກໍມີຫວັງລຸ້ນຫລຽນເຊັ່ນກັນ.

ທາງດ້ານຄະນະຄູຝຶກ ມີໝັ້ນໃຈໃນຄວາມສາມາດ ແລະ ສະມັດຖະພາບຂອງນັກກິລາ ແລະ ຈະຊ່ວຍທີມເຕັມທີ່ ເພື່ອໃຫ້ໄດ້ຕາມຄາດໝາຍ.

ດ້ານນັກກິລາ ລ້ວນແລ້ວແຕ່ດີໃຈ ແລະ ພູມໃຈ ທີ່ໄດ້ຮັບໃຊ້ທີມ ພ້ອມທຸ້ມເທສຸດກຳລັງ ເພື່ອຍາດແຍ່ງເອົາຜົນງານທີ່ດີທີ່ສຸດ.

ການແຂ່ງຂັນກິລາບານສົ່ງໃນຮົ່ມ ໃນງານກິລາແຫ່ງຊາດ ຄັ້ງທີ 11 ກຳນົດໃຫ້ແຕ່ລະທີມມີນັກກິລາທີມຊາດຍິງ-ຊາຍ ອາຍຸບໍ່ເກີນ 28 ປີ ແລະ ເກີນ 28 ປີ ໄດ້ທີມລະ 4 ຄົນ, ລົງແຂ່ງຂັນໄດ້ 2 ຄົນ, ຈະແຂ່ງຂັນທີ່ເດີ່ນກິລາໃນຮົ່ມໄຊຊະນະ (ສະໜາມບ້ານໂພນມີໄຊ) ໃນລະຫວ່າງວັນທີ 12-21 ທັນວາ 2022, ສ່ວນບານສົ່ງຫາດຊາຍ ກຳນົດໃຫ້ແຕ່ລະທີມມີນັກກິລາທີມຊາດທີມຊາຍ ອາຍຸບໍ່ເກີນ 28 ປີ ແລະ ເກີນ 28 ປີ ໄດ້ທີມລະ 1 ຄົນ, ຈະແຂ່ງຂັນວັນທີ 12-18 ທັນວາ 2022 ທີ່ເດີ່ນຫາດຊາຍສວນອ່າງນໍ້າຫງຳ.

Leave a Reply

Your email address will not be published. Required fields are marked *