ຮ້ານລາບແຊບຊຽງຂວາງ ຮ້ານອາຫານດັງຂອງແຂວງ ພ້ອມຕ້ອນຮັບຄະນະນັກກິລາ ແລະ ແຂກນັກທ່ອງທ່ຽວ ທີ່ຈະມາຮ່ວມງານກິລາແຫ່ງຊາດ ຄັ້ງທີ 11

ເມື່ອກ່າວເຖິງຮ້ານລາບດັງໃນແຂວງຊຽງຂວາງ ຫລາຍທ່ານຈະຄິດເຖິງຮ້ານລາບແຊບຊຽງຂວາງ ເພາະເປັນຮ້ານລາບປະຊານິຍົມ ຕິດໃຈລູກຄ້າທົ່ວແຂວງ ລວມທັງແຂກນັກທ່ອງທ່ຽວຈາກຕ່າງແຂວງ ແລະ ທ້ອງຖິ່ນຕ່າງໆ, ດ້ວຍລົດຊາດທີ່ແຊບຊ້ອຍເປັນເອກະລັກບໍ່ຄືໃຜ ຈຶ່ງຄອງໃຈລູກຄ້າມາເກືອບ 20 ປີ.

ທ່ານ ຄຳສິງ ຄຳສະຫວັນ ແລະ ນາງ ເມລິສາ ຄຳສະຫວັນ ເຈົ້າຂອງຮ້ານລາບແຊບຊຽງຂວາງ ໃຫ້ຮູ້ວ່າ: ທາງຮ້ານໄດ້ຄັດເລືອກວັດຖຸດິບທີ່ສົດໃໝ່ທຸກວັນ, ໝັ້ນໃຈໃນຄວາມສະອາດ ແລະ ການບໍລິການທີ່ເປັນກັນເອງ, ພາຍໃນຮ້ານເມນູອາຫານ 20 ກວ່າຢ່າງໃນເລືອກຊິມ, ນອກຈາກປະເພດລາບ ຍັງມີປະເພດປິ້ງກ້ອຍຊອຍຕໍາ. ສຳລັບເມນູເດັດລາບແຊ່ເພ້ຍ ສູດເດັດແມ່ນເຄັດລັບການປຸງເພ້ຍ, ຊີ້ນສົດໃໝ່ສັ່ງຈາກໂຮງງານໂດຍກົງ ແລະ ແກງເພ້ຍທີ່ໃສ່ໃບໝາກໜອດປ່າ.

ໃນໄລຍະງານກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບນີ້ ທາງຮ້ານໄດ້ກະກຽມວັດຖຸດິບ, ເມນູອາຫານຫລາກຫລາຍຢ່າງໄວ້ຄອຍບໍລິການຄະນະນັກກິລາ ແລະ ແຂກນັກທ່ອງທ່ຽວ ທີ່ຈະມາຮ່ວມງານກິລາແຫ່ງຊາດ ຄັ້ງນີ້ ລວມໄປເຖິງງານສະເຫລີມສະຫລອງ ທົ່ງໄຫຫີນ ເປັນມໍລະດົກໂລກ ແຫ່ງທີ 3 ຂອງ ສປປ ລາວ, ງານສະເຫລີມສະຫລອງພະເຈົ້າອົງຫລວງ ປາງປະທານພອນ, ງານບຸນກິນຈຽງ ພີ່ນ້ອງເຜົ່າມົ້ງ ແລະ ກິດຈະກຳອື່ນທີ່ຕິດພັນ.

ຮ້ານອາຫານລາບແຊບຊຽງຂວາງ ພ້ອມແລ້ວ ທີ່ຈະໃຫ້ບໍລິການອາຫານພື້ນບ້ານຂອງຊາວຊຽງຂວາງ ແລະ ອາຫານພື້ນເມືອງລາວເຊັ່ນ: ເຂົ້າໄກ່ນ້ອຍ, ລາບຂົ່ມ, ປີ້ງຊີ້ນທຸບ, ປີ້ງຊີ້ນນໍ້າຕົກ, ປີ້ງ-ທອດ ນົກແອ່ນ, ລາບປາ, ກ້ອຍປາ, ປີ້ງ-ທອດປາແດດດ່ຽວ, ແຈ່ວບອງ ແລະ ອື່ນໆ.

ຮ້ານລາບແຊບຊຽງຂວາງ ເລີ່ມເປີດບໍລິການຕັ້ງແຕ່ 6 ໂມງເຊົ້າເປັນຕົ້ນໄປ, ຮ້ານຕັ້ງຢູ່ບ້ານໂພນທອງ, ເມືອງແປກ, ແຂວງຊຽງຂວາງ ຕິດກັບເສັ້ນທາງຫລັກ ລະຫວ່າງທາງໄປຕະຫຼາດນໍ້າຫງໍາ ແລະ ທາງໄປແຫຼ່ງທ່ອງທ່ຽວທົ່ງໄຫຫີນ. ສາມາດຕິດຕໍ່ສອບຖາມ ຫຼື ສັ່ງອາຫານໄດ້ທີ່ເບີໂທລະສັບ: 020 2294 4446.

Leave a Reply

Your email address will not be published. Required fields are marked *