ກິລາແຫ່ງຊາດ ຄັ້ງທີ 11 ກຳນົດໃຫ້ຜູ້ເຂົ້າງານຕ້ອງສັກວັກຊິນຄົບ 3 ເຂັມ!

ດຣ ບຸນເພັງ ສິນທະວົງ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຊຽງຂວາງ ໄດ້ໃຫ້ຮູ້ວ່າ: ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບ ວຽກງານຕ້ານ ແລະ ສະກັດກັ້ນພະຍາດລະບາດໃນງານຄັ້ງນີ້ ໂດຍສະເພາະ ພະຍາດໂຄວິດ-19 ທາງແຂວງໄດ້ກຳນົດ  ຜູ້ຈະເຂົ້າມາຮ່ວມງານທຸກພາກສ່ວນ ຕ້ອງໄດ້ສັກວັກຊິນປ້ອງກັນໂຄວິດ-19 ຢ່າງໜ້ອຍ 3 ເຂັມ ຕາມລະບຽບສາກົນ ເຊິ່ງທາງແຂວງຂຽງຂວາງເອງ ກໍໄດ້ປະສານງານກັບພາກສ່ວນຕ່າງໆເຊັ່ນ: ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສະພາປະຊາຊົນແຂວງ ແລະ ຂະແໜງການອື່ນໆຂອງເມືອງ ລົງຕະລຸມບອນສັກວັກຊິນປ້ອງກັນໂຄວິດ-19.

ເວົ້າລວມແລ້ວ ວຽກງານດ້ານການແພດ ແລະ ສຸຂະພາບ ທີ່ກຽມຮັບໃຊ້ງານກິລາແຫ່ງຊາດຄັ້ງນີ້ ແມ່ນມີຄວາມພ້ອມເຕັມຮ້ອຍ ເຊິ່ງອະນຸກຳມະການທີ່ກ່ຽວຂ້ອງ ກໍຄືເຈົ້າພາບ ໄດ້ຮຽກຮ້ອງໃຫ້ຄະນະນຳ, ຄູຝຶກ, ນັກກິລາ ແລະ ແຂກນັກທ່ອງທ່ຽວ ຈົ່ງຮ່ວມກັນຈັດຕັ້ງປະຕິບັດມາດຕະການຕ່າງໆທີ່ຄະນະຮັບຜິດຊອບໄດ້ກຳນົດໄວ້ ເປັນຕົ້ນ: ການສັກວັກຊິນຄົບ 3 ເຂັມຂຶ້ນໄປ, ໃສ່ຜ້າອັດປາກ-ອັດດັງ, ໃຊ້ເຈວລ້າງມື ແລະ ອື່ນໆ ຫາກທ່ານໃດມີບັນຫາດ້ານສຸຂະພາບ ສາມາດຕິດຕໍ່ເບີສາຍດ່ວນ 061 165 ແລະ 061 166.

ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບຄັ້ງທຳອິດ ຈະເປີດສາກທາງການໃນວັນທີ 13-22 ທັນວາ 2022 ແຕ່ບາງປະເພດກິລາແມ່ນເລີ່ມແຂ່ງຂັນມາແຕ່ວັນທີ 14 ພະຈິກເປັນຕົ້ນມາ, ເຊິ່ງກິລາແຫ່ງຊາດຄັ້ງນີ້ ຈະມີການຊິງໄຊທັງໝົດ 370 ກວ່າຫລຽນຄຳ. ໂດຍມີ 24 ພາກສ່ວນເຂົ້າຮ່ວມຄື: 17 ແຂວງ 1 ນະຄອນຫລວງ ແລະ 4 ກະຊວງ: ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງສາທາລະນະສຸກ, ກະຊວງພະລັງງານ ແລະ ບໍ່ແຮ່.

Leave a Reply

Your email address will not be published. Required fields are marked *