ວຽກງານສາທາລະນະສຸກ ເຈົ້າພາບ ພ້ອມແລ້ວໃນການຮັບໃຊ້ ງານກິລາແຫ່ງຊາດ ຄັ້ງທີ 11

ວຽກງານສາທາລະນະສຸກ ເປັນ 1 ໃນ 10 ອະນຸກຳມະການ ທີ່ຮັບໃຊ້ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບ ໃນທ້າຍປີນີ້, ປະຈຸບັນ ແມ່ນມີຄວາມພ້ອມແລ້ວ ໃນການຮັບໃຊ້ງານຄັ້ງນີ້.

ດຣ ບຸນເພັງ ສິນທະວົງ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຊຽງຂວາງ ໄດ້ໃຫ້ຮູ້ວ່າ: ອະນຸກຳມະການການແພດ ແລະ ສຸຂະພາບ ທີ່ຮັບໃຊ້ງານກິລາແຫ່ງຊາດເທື່ອນີ້ ໄດ້ແບ່ງອອກເປັນ 4 ອະນຸກຳມະການຄື: ອະນຸກຳມະການບໍລິຫານ, ການແພດ ແລະ ພາກສະໜາມ, ສຸຂະອະນາໄມ ແລະ ຄວບຄຸມສານກະຕຸ້ນ ແລະ ອະນຸກຳມະການກັນ ແລະ ຄວບຄຸມພະຍາດຕິດຕໍ່. ຊຽງຂວາງເກມ ຄັ້ງນີ້ ວຽກງານສາທາລະນະສຸກ ໄດ້ກຽມບຸກຄະລາກອນຮັບໃຊ້ເກືອບ 200 ຄົນ ແລະ ມີອາສາສະໝັກ 340 ກວ່າຄົນ, ມີພາຫະນະຂົນສົ່ງຄົນເຈັບສຸກເສີນ 10 ຄັນ, ໃນນີ້ການຊ່ວຍເຫລືອຈາກສູນກາງ 4 ຄັນ, ທົ່ວແຂວງມີໂຮງໝໍແຂວງ 1 ແຫ່ງ, ໂຮງໝໍເມືອງ 6 ແຫ່ງ ສາມາດຜ່າຕັດໄດ້ 3 ແຫ່ງ ແລະ ມີສຸກສາລາ 56 ແຫ່ງ, ມີຕຽງຮອງຮັບຄົນເຈັບ 200 ກວ່າຕຽງ, ສ່ວນດ້ານຍຸກຢາທານັງ ແລະ ອຸປະກອນການແພດ ກໍໄດ້ກະກຽມໄວ້ຢ່າງພຽງພໍ.

ດຣ ບຸນເພັງ ສິນທະວົງ ໃຫ້ຮູ້ຕື່ມວ່າ: ດ້ານວຽກງານສຸຂະອະນາໄມ ແລະ ການຄວບຄຸມສານກະຕຸ້ນ ທາງຄະນະໄດ້ກຽມກວດກາຄວາມປົນເປື້ອນໃນອາຫານ ເພື່ອຮັບປະກັນໃຫ້ອາຫານມີຄວາມສະອາດປອດໄພ ເຊິ່ງວຽກງານນີ້ ໄດ້ປະຕິບັດມາແລ້ວ ໂດຍໄດ້ອົບຮົມໃຫ້ພະນັກງານ ລົງກວດກາບັນດາຮ້ານອາຫານ, ພັດຕະຄານ, ໂຮງແຮມ ພ້ອມແນະນຳຂໍ້ຂາດຕົກບົກຜ່ອງທີ່ຍັງບໍ່ຮັບປະກັນ ໃຫ້ຜູ້ປະກອບການປັບປຸງ.

ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບຄັ້ງທຳອິດ ຈະເປີດສາກທາງການໃນວັນທີ 13-22 ທັນວາ 2022 ແຕ່ບາງປະເພດກິລາແມ່ນເລີ່ມແຂ່ງຂັນມາແຕ່ວັນທີ 14 ພະຈິກເປັນຕົ້ນມາ, ເຊິ່ງກິລາແຫ່ງຊາດຄັ້ງນີ້ ຈະມີການຊິງໄຊທັງໝົດ 370 ກວ່າຫລຽນຄຳ. ໂດຍມີ 24 ພາກສ່ວນເຂົ້າຮ່ວມຄື: 17 ແຂວງ 1 ນະຄອນຫລວງ ແລະ 4 ກະຊວງ: ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງສາທາລະນະສຸກ, ກະຊວງພະລັງງານ ແລະ ບໍ່ແຮ່.

Leave a Reply

Your email address will not be published. Required fields are marked *