ປີທອງຂອງ ກີ້ດາວອນ ສຸວັນນີ ກວາດ 3 ລາງວັນ ແລະ 2 ແຊ້ມໃນປີນີ້ ກັບ ຊ້າງນ້ອຍ ເອຟຊີ

ກີ້ດາວອນ ສຸວັນນີ ກອງໜ້າທີມຊາດລາວ ໄວ 22 ປີ ຂອງທັບພະລັງຊ້າງໜຸ່ມ ຊ້າງນ້ອຍ ເອຟຊີ ກວາດ 3 ລາງວັນ ແລະ 2 ແຊ້ມໃນປີນີ້ ກັບຕົ້ນສັງກັດ ໂດຍຊ່ວຍທີມໄດ້ແຊ້ມລາວລີກ 1 ລີກສູງສຸດຂອງ ສປປ ລາວ ປະຈຳປີ 2022 ແລະ ແຊ້ມ LFF Lao Ford Cup 2022 ພ້ອມກັນນີ້ ກໍໄດ້ 3 ລາງວັນຄື: ລາງວັນນັກເຕະດີເດັ່ນຂອງ ລາວລີກ 1 ປີນີ້ ລົງສະຫນາມ 18 ນັດ ເປັນຕົວຈິງ 14 ນັດ ຍິງໄດ້ 11 ປະຕູ, ຕໍ່ມາໄດ້ລາງວັນດາວຍິງສູງສຸດຂອງລາຍການ LFF Lao Ford Cup 2022 ສາມນັດ ຍິງໄດ້ 3 ປະຕູ ພ້ອມກັບໄດ້ລາງວັນນັກເຕະດີເດັ່ນຂອງ LFF Lao Ford Cup 2022.

ກີ້ດາວອນ ສຸວັນນີ ພົ້ນເດັ່ນມາຈາກສະໂມສອນເກົ່າ ກະຊວງປ້ອງກັນຄວາມສະຫງົບ ແລະ ຍ້າຍມາຢູ່ກັບ ຊ້າງນ້ອຍ ເອຟຊີ ຍິ່ງຟອມດີຂຶ້ນເລື້ອຍໆ ເປັນຂຸນກຳລັງຫລັກຂອງທີມ ປະສານງານຄຽງບ່າຄຽງໄຫລ່ກັບ ຫົວໜ້າທີມ ບຸນພະຈັນ ບຸນກອງ ແລະ ລູຄັສ ດາຊິນວາ ຈົນສາມາດພາທີມປະສົບຜົນສຳເລັດໃນປີນີ້ ດ້ວຍການພິຊິດ 2 ແຊ້ມປະຫວັດສາດມາປະດັບສະໂມສອນ ເພື່ອຕໍ່ຍອດສູ່ການຍົກລະດັບ ພັດທະນາທີມໃນອະນາຄົດ.

Photo: Lao League 1 ລາວລີກ 1 & LFF LAO FORD CUP

Leave a Reply

Your email address will not be published. Required fields are marked *