ການນຳແຂວງຊຽງຂວາງ ຮຽກຮ້ອງໃຫ້ປະຊາຊົນຊາວຊຽງຂວາງ ເປັນເຈົ້າພາບທີ່ດີຮ່ວມກັນ ງານກິລາແຫ່ງຊາດ ຄັ້ງທີ 11

ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບຄັ້ງທຳອິດ ເຊິ່ງຈະເປີດສາກທາງການ ໃນວັນທີ 13-22 ທັນວາ 2022 ນີ້, ເປັນໂອກາດອັນດີ ທີ່ຈະໄດ້ຍົກສູງບົດບາດ, ຄວາມສາມາດໃນການເປັນເຈົ້າພາບງານກິລາລະດັບຊາດຄັ້ງປະຫວັດສາດ ພ້ອມກັນນີ້ ກໍເປັນໂອກາດທີ່ດີ ໃນການໂຄສະນາປະຊາສຳພັນແຂວງໃຫ້ກ້ວາງຂວາງກວ່າເກົ່າ ໂດຍສະເພາະດ້ານການທ່ອງທ່ຽວ, ການຄ້າ, ການລົງທຶນ ເພື່ອສ້າງເສດຖະກິດຂອງແຂວງ ໃຫ້ເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວ.

ຄຽງຄູ່ກັບການຕ້ອນຮັບແຂກນັກທ່ອງທ່ຽວ, ຄະນະນຳ, ຄູຝຶກ ແລະ ນັກກິລາໃນທົ່ວປະເທດ ທີ່ຈະມາຢ້ຽມຢາມ ຮ່ວມຊົມ ແລະ ແຂ່ງຂັນໃນງານກິລາແຫ່ງຊາດຄັ້ງນີ້ ການນຳແຂວງຊຽງຂວາງ ໄດ້ຮຽກຮ້ອງໃຫ້ປະຊາຊົນຊາວຊຽງຂວາງ ພ້ອມກັນເປັນເຈົ້າພາບທີ່ດີຮ່ວມກັນ ຖືເອົາໂອກາດນີ້ ເປັນການເຕົ້າໂຮມສາມັກຄີ ໃຫ້ນໍ້າໃຈ ມີໄມຕີຈິດ ມິດຕະພາບ.

ມາຮອດປັດຈຸບັນ ແຂວງຊຽງຂວາງ ແມ່ນມີຄວາມພ້ອມແລ້ວໃນທຸກດ້ານ ໂດຍສະເພາະ ດ້ານບຸກຄະລາກອນ, ນັກກິລາ, ສະຖານຮອງຮັບການແຂ່ງຂັນ, ສະຖານທີ່ພັກເຊົາ, ສະບຽງອາຫານ ແລະ ອື່ນໆ.

ທ້າຍປີນີ້ ແຂວງຂຽງຂວາງ ນອກຈາກການເປັນເຈົ້າພາບ ກິລາແຫ່ງຊາດ ຄັ້ງທີ 11 ຍັງຈະມີງານສະເຫລີມສະຫລອງ ທົ່ງໄຫຫີນ ເປັນມໍລະດົກໂລກ, ງານສົມໂພດພະເຈົ້າອົງຫລວງປາງປະທານພອນ ແລະ ງານບຸນກິນຈຽງ ຂອງພີ່ນ້ອງເຜົ່າມົ້ງ.

ພາບ: ຂ່າວສານປະເທດລາວ

Leave a Reply

Your email address will not be published. Required fields are marked *