ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໃນລະຫວ່າງວັນທີ 13-22 ທັນວາ 2022 ນີ້ ອະນຸກຳມະການທີ່ຮັບຜິດຊອບດ້ານອາຫານ ທ່ານ ກົງທະນູ ອຸ່ນສະຫວັນ ເຈົ້າເມືອງໆແປກ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ເຄື່ອງອຸປະໂພກ, ບໍລິໂພກ ກໍຄືອາຫານການກິນ ທີ່ຮອງຮັບໃຫ້ແກ່ງານຄັ້ງນີ້ ທາງແຂວງໄດ້ວາງແຜນໄວ້ເປັນຢ່າງດີ ເປັນຕົ້ນ ປະເພດເຂົ້າ, ພືດຜັກທັນຍາຫານ ຜົນຜະລິດພາຍໃນແຂວງ ແມ່ນພຽງພໍກັບຄວາມຕ້ອງການ, ລວມທັງໝາກໄມ້ພື້ນເມືອງຈຳນວນໜຶ່ງ, ສ່ວນໝາກໄມ້ຊະນິດອື່ນທີ່ທາງແຂວງບໍ່ມີ ກໍຈະນຳເຂົ້າຈາກພາຍນອກເຊັ່ນ: ໝາກກ້ວຍ, ໝາກກ້ຽງ ແລະ ຊະນິດອື່ນໆ.
ເຈົ້າເມືອງໆແປກ ແຂວງຊຽງຂວາງ ຫົວໜ້າອະນຸກຳມະການສະຖານທີ່ພັກ ແລະ ອາຫານ ໄດ້ໃຫ້ຮູ້ວ່າ: ດ້ານຊີ້ນປາອາຫານຄາວ ແລະ ໄຂ່ ທາງແຂວງແມ່ນກະກຽມໄວ້ພຽງພໍຕໍ່ຄວາມຕ້ອງການ, ໂດຍແຂວງຊຽງຂວາງ ມີຟາມໄກ່ໄຂ່ 5 ຟາມ ສາມາດຜະລິດໄຂ່ໄດ້ຫລາຍກວ່າ 1 ລ້ານ 6 ແສນກວ່າໜ່ວຍ; ໄກ່ຊີ້ນ ມີ 5 ຟາມ ມີໄກ່ 2 ໝື່ນໂຕ ແຕ່ຕ້ອງນຳເຂົ້າຕື່ມປະມານ 16,000 ໂຕ; ຟາມປາ ມີ 12 ຟາມ ຜະລິດໄດ້ 10,400 ໂຕນ ແຕ່ອາດນຳເຂົ້າປະມານ 8,320 ໂຕນ; ປະເພດຊີ້ນງົວ, ຊີ້ນຄວາຍ ໃນແຂວງມີ 10 ຟາມ, ຊີ້ນຄວາຍ ຜະລິດໄດ້ 1 ລ້ານກິໂລຕໍ່ປີ, ຊີ້ນງົວ 6,110,000 ກິໂລຕໍ່ປີ; ໝູ ມີ 4 ຟາມ ມີໝູ 1,800 ໂຕ ຕ້ອງໄດ້ນຳເຂົ້າປະມານ 900 ໂຕ. ສ່ວນອາຫານຄາວທີ່ຕ້ອງໄດ້ນຳເຂົ້າແມ່ນປະເພດອາຫານທະເລ.
ດ້ານຜູ້ປະກອບທຸລະກິດຂາຍອາຫານສຸກ ໄດ້ກ່າວວ່າ: ການເໜັງຕີງຂອງລາຄາອາຫານ ສ່ວນຫລາຍແມ່ນຂຶ້ນກັບລາຄານໍ້າມັນ ຖ້ານໍ້າມັນຂຶ້ນ ອາດຈຳເປັນໄດ້ຂຶ້ນເລັກໜ້ອຍຕາມສະພາບ ເພື່ອບໍ່ໃຫ້ຫລຸດທຶນ ແຕ່ຢືນຢັນບໍ່ເອົາປຽບລູກຄ້າ ເພື່ອປະຕິບັດຕາມຄຳແນະນຳຂອງແຂວງ ໃນການເປັນເຈົ້າພາບທີ່ດີຮ່ວມກັນ.
ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບຄັ້ງທຳອິດ ຈະເປີດສາກທາງການໃນວັນທີ 13-22 ທັນວາ 2022 ແຕ່ບາງປະເພດກິລາແມ່ນເລີ່ມແຂ່ງຂັນມາແຕ່ວັນທີ 14 ພະຈິກເປັນຕົ້ນມາ, ເຊິ່ງກິລາແຫ່ງຊາດຄັ້ງນີ້ ຈະມີການຊິງໄຊທັງໝົດ 370 ກວ່າຫລຽນຄຳ. ໂດຍມີ 24 ພາກສ່ວນເຂົ້າຮ່ວມຄື: 17 ແຂວງ 1 ນະຄອນຫລວງ ແລະ 4 ກະຊວງ: ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງສາທາລະນະສຸກ, ກະຊວງພະລັງງານ ແລະ ບໍ່ແຮ່.