ທ່ານ ກົງທະນູ ອຸ່ນສະຫວັນ ເຈົ້າເມືອງໆແປກ ແຂວງຊຽງຂວາງ ໃນນາມຫົວໜ້າອະນຸກຳມະການສະຖານທີ່ພັກ ແລະ ອາຫານ ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໄດ້ລາຍງານໃຫ້ຮູ້ວ່າ: ດ້ານສະຖານທີ່ພັກ ທາງແຂວງແມ່ນມີຄວາມພ້ອມແລ້ວ ໂດຍມີທີ່ພັກພຽງພໍໃນການຮອງຮັບຄະນະນຳ, ຄູຝຶກ, ນັກກິລາ ແລະ ແຂກນັກທ່ອງທ່ຽວຈະມາຮ່ວມງານຄັ້ງນີ້, ເຊິ່ງທົ່ວແຂວງມີໂຮງແຮມທັງໝົດ 18 ແຫ່ງ, ມີຫ້ອງນອນ 619 ຫ້ອງ, ມີຕຽງນອນ 902 ຕຽງ, ເຮືອນພັກມີ 110 ແຫ່ງ, ມີຫ້ອງນອນ 1699 ຫ້ອງ, ມີຕຽງນອນ 2076 ຕຽງ.
ນອກຈາກນີ້ ກໍມີສະຖານທີ່ພັກສຳລັບຄະນະນັກກິລາໄວ້ຮອງຮັບ 19 ແຫ່ງ ໃນນີ້ ໂຮງຮຽນ 17 ແຫ່ງ ສາມາດຮັບນັກກິລາໄດ້ 5200 ກວ່າຄົນ, ປະຈຸບັນກຳລັງກວດກາດ້ານຕ່າງໆເຊັ່ນ: ໄຟຟ້າ, ນໍ້າປະປາ, ຫ້ອງນໍ້າ. ສ່ວນເຄື່ອງບ່ອນນອນ, ອຸປະກອນຮັບໃຊ້ຄະນະນັກກິລາ ກໍໄດ້ກະກຽມໄວ້ແລ້ວ.
ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບຄັ້ງທຳອິດ ຈະເປີດສາກທາງການໃນວັນທີ 13-22 ທັນວາ 2022 ແຕ່ບາງປະເພດກິລາແມ່ນເລີ່ມແຂ່ງຂັນມາແຕ່ວັນທີ 14 ພະຈິກເປັນຕົ້ນມາ, ເຊິ່ງກິລາແຫ່ງຊາດຄັ້ງນີ້ ຈະມີການຊິງໄຊທັງໝົດ 370 ກວ່າຫລຽນຄຳ. ໂດຍມີ 24 ພາກສ່ວນເຂົ້າຮ່ວມຄື: 17 ແຂວງ 1 ນະຄອນຫລວງ ແລະ 4 ກະຊວງ: ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງສາທາລະນະສຸກ, ກະຊວງພະລັງງານ ແລະ ບໍ່ແຮ່.