ມາເບິ່ງ 5 ສະໜາມກິລາ ທີ່ຮອງຮັບໃຫ້ແກ່ງານກິລາແຫ່ງຊາດ ຄັ້ງທີ 11 ຊຽງຂວາງເກມ 2022

ປະຈຸບັນ ແຂວງຊຽງຂວາງ ເຈົ້າພາບ ງານກິລາແຫ່ງຊາດ ຄັ້ງທີ 11 ແມ່ນມີຄວາມພ້ອມແລ້ວ ໃນການເປັນເຈົ້າພາບງານກິລາແຫ່ງຊາດ ຄັ້ງປະຫວັດສາດຂອງແຂວງ ພາຍຫລັງຄອງຄອຍມາເກືອບ 8 ປີ ສະເພາະພື້ນຖານໂຄງລ່າງດ້ານສະໜາມກິລາທີ່ຈະຮອງຮັບໃຫ້ແກ່ການແຂ່ງຂັນຄັ້ງນີ້ ທ່ານ ບຸນເລື່ອນ ວັນນາຮັກ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ໂດຍລວມທຸກສະໜາມແມ່ນມີຄວາມພ້ອມແຂ່ງຂັນແລ້ວ ຍັງພຽງແຕ່ການປະດັບປະດາຕົບແຕ່ງ, ບຳລຸງຮັກສາເດີນຫຍ້າ, ການອານາໄມບໍລິເວນອ້ອມຮອບ ແລະ ການຕິດຕັ້ງອຸປະກອນເຕັກນິກ.

ສຳພາດ: ທ່ານ ບຸນເລື່ອນ ວັນນາຮັກ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ (ສຳພາດວັກໜຶ່ງ)

ສຳລັບ 5 ສະໜາມກິລາ ທີ່ຮອງຮັບໃຫ້ແກ່ງານກິລາແຫ່ງຊາດ ຄັ້ງນີ້ 1. ສະໜາມທົ່ງໄຫຫີນ ສະໜາມກິລາໃໝ່ ເປັນສະໜາມຮອງຮັບພິທີເປີດ-ປິດ, ຈະແຂ່ງຂັນ 3 ປະເພດກິລາຄື: ເຕະບານຊາຍ, ແລ່ນລານ ແລະ ໝາກຂ່າງ; 2. ສະໜາມໄຊຊະນະ (ສະໜາມບ້ານໂພນມີໄຊ) ຈະແຂ່ງຂັນ 9 ປະເພດກິລາຄື: ເຕະບານຍິງ, ບານສົ່ງ, ດອກປີກໄກ່, ເທັນນິສ, ບານບ້ວງ, ໝາກແລ້, ເທຄວັນໂດ້, ປິ່ງປ່ອງ ແລະ ຍິງທະນູ; 3. ສະໜາມວິທະຍາໄລຄູຄັງໄຂ ຈະແຂ່ງຂັນ 6 ປະເພດກິລາຄື: ກະຕໍ້, ກະຕໍ້ຊິນລ້ອນ, ມວຍປໍ້າ, ມວຍວູຊູ, ປັນຈັກສີລັດ ແລະ ຄາຣາເຕໂດ້; 4. ສະໜາມກິລາໃນຮົ່ມສວນມອນ (ບ້ານໂງຍ) ຈະແຂ່ງຂັນ 3 ປະເພດກິລາຄື: ເປຕັງ, ມວຍສາກົນ ແລະ ມວຍລາວ; ສະໜາມທີ 5 ສະໜາມຍິງປືນ ໂຮງຮຽນນາຍສິບ ປກສ ແຂວງ ແຂ່ງ 1 ປະເພດກິລາຄື: ກິລາຍິງປືນ ບາງລາຍການ.

ສ່ວນກິລາກັອຟ ຈະແຂ່ງຂັນຢູ່ສະໜາມກັອຟ ພູກູດທອງຄຳ ແລະ ສະໜາມແຂ່ງຂັນກິລາລົດຖີບ ແມ່ນກຳນົດຕາມເສັ້ນທາງພາຍໃນ ບ້ານປ້າງປາງ ເມືອງພູກູດ ເຖິງເທດສະບານໂພນສະຫວັນ.

ສຳພາດ: ທ່ານ ບຸນເລື່ອນ ວັນນາຮັກ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ (ສຳພາດວັກສອງ ສະໜາມລົດຖີບ ແລະ ກັອຟ)

ສຳລັບ ກິລາລອຍນໍ້າ ແມ່ນແຂ່ງຂັນຢູ່ສະລອຍນໍ້າ ບໍລິເວນສະໜາມກິລາແຫ່ງຊາດ ຫລັກ 16 ນະຄອນຫລວງວຽງຈັນ ແລະ ກິລາຍິງປືນ ຫລາຍລາຍການແຂ່ງຂັນຢູ່ສະໜາມຍິງປືນ 5 ເມສາ ນະຄອນຫລວງວຽງຈັນ.

ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບຄັ້ງທຳອິດ ຈະເປີດສາກທາງການໃນວັນທີ 13-22 ທັນວາ 2022 ແຕ່ບາງປະເພດກິລາແມ່ນເລີ່ມແຂ່ງຂັນມາແຕ່ວັນທີ 14 ພະຈິກເປັນຕົ້ນມາ, ເຊິ່ງກິລາແຫ່ງຊາດຄັ້ງນີ້ ຈະມີການຊິງໄຊທັງໝົດ 370 ກວ່າຫລຽນຄຳ. ໂດຍມີ 24 ພາກສ່ວນເຂົ້າຮ່ວມຄື: 17 ແຂວງ 1 ນະຄອນຫລວງ ແລະ 4 ກະຊວງ: ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງສາທາລະນະສຸກ, ກະຊວງພະລັງງານ ແລະ ບໍ່ແຮ່.

Leave a Reply

Your email address will not be published. Required fields are marked *