ຊຽງຂວາງ ເຈົ້າພາບ ກິລາແຫ່ງຊາດ ຄັ້ງທີ 11 ສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາ 576 ຄົນ ຮ່ວມຊິງໄຊຄົບ 25 ກິລາ ຕັ້ງເປົ້າຕິດອັນດັບ 1 ໃນ 5

ແຂວງຊຽງຂວາງ ດິນແດນເມືອງໜາວ ສາວງາມເມືອງພວນ ທົ່ງໄຫຫີນ ມໍລະດົກໂລກ ໃນນາມທີ່ເປັນເຈົ້າພາບງານກິລາແຫ່ງຊາດ ຄັ້ງທີ 11 ຈະສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມງານຄັ້ງນີ້ ລວມທັງໝົດ 576 ຄົນ ໃນນີ້ເປັນຍິງ 209 ຄົນ ຮ່ວມຊິງໄຊຄົບ 25 ປະເພດກິລາ, ຕັ້ງເປົ້າຕິດອັນດັບ 1 ໃນ 5 ໃນຕາຕະລາງຫລຽນລາງວັນ.

ທ່ານ ບຸນເລື່ອນ ວັນນາຮັກ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ຄະນະນັກກິລາຊຸດນີ້ ໄດ້ຄັດເລືອກໃນລະຫວ່າງເດືອນສິງຫາ ຫາເດືອນກັນຍາ 2022 ແລະ ເຂົ້າສູນຝຶກຊ້ອມມມາແຕ່ວັນທີ 1 ຕຸລາເປັນຕົ້ນມາ ປະຈຸບັນເຫັນວ່າ: ຫລາຍປະເພດກິລາແມ່ນມີຄວາມພ້ອມເກືອບເຕັມຮ້ອຍ ແລະ ບາງປະເພດກໍພ້ອມແຂ່ງຂັນແລ້ວ.

ທ່ານ ບຸນເລື່ອນ ວັນນາຮັກ ໃຫ້ຮູ້ຕື່ມວ່າ: ເປົ້າໝາຍການຄວ້າຫລຽນຂອງຄະນະນັກກິລາຊຸດນີ້ ແມ່ນຕັ້ງໄວ້ 33 ຫລຽນຄຳ 37 ຫລຽນເງິນ 41 ຫລຽນທອງ ລວມ 111 ຫລຽນ ໂດຍຈະສູ້ຊົນໃຫ້ຕິດອັນດັບ 1 ໃນ 5 ໃນຕາຕະລາງຫລຽນລາງວັນ. ຄັ້ງຜ່ານມາ ທີ່ແຂວງອຸດົມໄຊ ຄະນະນັກກິລາແຂວງຊຽງຂວາງແມ່ນຍາດມາໄດ້ ຫລຽນຄຳ ຫລຽນເງິນ ແລະ ຫລຽນທອງ ລວມ ຫລຽນ ຢູ່ອັນດັບທີ ໃນຕາຕະລາງຫລຽນລາງວັນ ຈາກທັງໝົດ ພາກສ່ວນເຂົ້າຮ່ວມ.

ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ໄດ້ຮັບກຽດເປັນເຈົ້າພາບຄັ້ງທຳອິດ ຈະເປີດສາກທາງການໃນວັນທີ 13-22 ທັນວາ 2022 ແຕ່ບາງປະເພດກິລາແມ່ນເລີ່ມແຂ່ງຂັນມາແຕ່ວັນທີ 14 ພະຈິກເປັນຕົ້ນມາ, ເຊິ່ງກິລາແຫ່ງຊາດຄັ້ງນີ້ ຈະມີການຊິງໄຊທັງໝົດ 370 ກວ່າຫລຽນຄຳ. ໂດຍມີ 24 ພາກສ່ວນເຂົ້າຮ່ວມຄື: 17 ແຂວງ 1 ນະຄອນຫລວງ ແລະ 4 ກະຊວງ: ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງສາທາລະນະສຸກ, ກະຊວງພະລັງງານ ແລະ ບໍ່ແຮ່.

Leave a Reply

Your email address will not be published. Required fields are marked *