ແຂວງຊຽງຂວາງ ພ້ອມແລ້ວ ໃນການເປັນເຈົ້າພາບ ຈັດການແຂ່ງຂັນ ກິລາແຫ່ງຊາດ ຄັ້ງທີ 11

ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງໄດ້ຮັບກຽດເປັນເຈົ້າພາບຄັ້ງທຳອິດ ເຊິ່ງຈະເປີດສາກທາງການ ໃນວັນທີ 13-22 ທັນວາ 2022 ນີ້, ມາຮອດປັດຈຸບັນ ແຂວງຊຽງຂວາງ ແມ່ນມີຄວາມພ້ອມແລ້ວໃນທຸກດ້ານ ໂດຍສະເພາະ ດ້ານບຸກຄະລາກອນ, ນັກກິລາ, ສະຖານແຂ່ງຂັນກິລາ, ສະຖານທີ່ພັກເຊົາ, ສະບຽງອາຫານ ແລະ ອື່ນໆ.

ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ຫົວໜ້າກອງເລຂາ ງານກິລາແຫ່ງຊາດຄັ້ງນີ້ ໃຫ້ຮູ້ວ່າ: ສຳລັບສະໜາມກິລາທີ່ຮັບໃຊ້ການແຂ່ງຂັນກິລາປະເພດຕ່າງໆ ແມ່ນມີຄວາມພ້ອມເຕັມຮ້ອຍ ເຊິ່ງມີທັງໝົດ 5 ຈຸດຄື: ສະໜາມທົ່ງໄຫຫີນ (ເປັນສະໜາມເປີດ-ປິດ ການແຂ່ງຂັນ), ສະໜາມໄຊຊະນະ (ບ້ານໂພນມີໄຊ); ສະໜາມວິທະຍາໄລຄູຄັງໄຂ; ສະໜາມກິລາໃນຮົ່ມສວນມອນ (ບ້ານໂງຍ) ແລະ ສະໜາມຍິງປືນ ໂຮງຮຽນນາຍສິບ ປກສ ແຂວງ.

ສ່ວນດ້ານສະຖານທີ່ພັກເຊົາຂອງບັນດາການນຳຂັ້ນສູງ ທັງພາຍໃນ ແລະ ຕ່າງປະເທດ, ທີ່ພັກຄະນະນໍາ, ຄູຝຶກ ແລະ ນັກກິລາ ແຕ່ລະພາກສ່ວນ ກໍໄດ້ຈັດສັນໄວ້ຮອງຮັບແລ້ວ ນອກນັ້ນ, ຍັງມີເຮືອນພັກ ແລະ ໂຮງແຮມ ໄວ້ຮອງຮັບແຂກທັງພາຍໃນ ແລະ ຕ່າງປະເທດ ໄດ້ຢ່າງພຽງພໍ.

ດ້ານສະບຽງອາຫານ, ລວມທັງ ວຽກງານປ້ອງກັນຄວາມສະຫງົບ ໄດ້ລົງຮາກຖານທ້ອງຖິ່ນບ້ານ, ກຸ່ມບ້ານ, ຈັນສັນເວນຍາມຕາມເສັ້ນທາງເຂົ້າ-ອອກ ແຂວງຊຽງຂວາງ ທຸກທິດທາງ, ພ້ອມທັງບັນດາຈຸດແຂ່ງຂັນ ແລະ ທີ່ພັກນັກກິລາແຕ່ລະແຫ່ງ, ໄດ້ມອບໝາຍໃຫ້ປກສ, ປກຊ ໃນແຕ່ລະບ້ານ ແລະ ເມືອງ ຈັດຕັ້ງເວນຍາມຮັກສາຄວາມສະຫງົບ, ຮັກສາຄວາມປອດໄພຮອບດ້ານຢູ່ຕາມສາຍທາງຕ່າງໆ.

ທ່ານ ສີວິໄລ ແສງຈະເລີນ ໃຫ້ຮູ້ຕື່ມອີກວ່າ: ງານມະຫາກຳກິລາແຫ່ງຊາດ ໃນຄັ້ງນີ້, ແຂວງຊຽງຂວາງ ໄດ້ສົ່ງນັກກິລາເຂົ້າຮ່ວມຄົບ 25 ປະເພດກິລາ ທີ່ບັນຈຸແຂ່ງຂັນຄັ້ງນີ້, ໂດຍໄດ້ເຂົ້າສູນຝຶກຊ້ອມມາແຕ່ເດືອນກັນຍາເປັນຕົ້ນມາ ເຊິ່ງເຫັນວ່າຄະນະນັກກິລາແມ່ນມີຄວາມພ້ອມແລ້ວ, ໃນນີ້ ມີຄະນະນໍາ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 576 ຄົນ, ຍິງ 209 ຄົນ.

ການແຂ່ງຂັນຈຶ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນພາຍໃນແຂວງ ຮ່ວມກັນເປັນເຈົ້າພາບທີ່ດີ ເພື່ອຕ້ອນຮັບແຂກ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າມາ, ພ້ອມທັງເຊີນຊວນນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມງານມະຫະກຳກິລາແຫ່ງຊາດໃນ ຄັ້ງນີ້ ດ້ວຍຄວາມມ່ວນຊື່ນ, ນອກຈາກ ງານມະຫາກຳກິລາແຫ່ງຊາດແລ້ວ ແຂວງຊຽງຂວາງ ຍັງຈະມີງານສົມໂພດພະເຈົ້າອົງຫລວງ, ງານສະເຫລີມສະຫລອງ ທົ່ງໄຫຫີນ ເປັນມໍລະດົກໂລກ, ງານບຸນກິນຈຽງ ຂອງຊົນເຜົ່າມົ້ງ ແລະ ອື່ນໆ.

ພາບ: ສຳນັກຂ່າວສານ ປະເທດລາວ, ສາຍລົມ ອຸ່ນມີໄຊ

Leave a Reply

Your email address will not be published. Required fields are marked *